ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ - ສ.ເກົາຫຼີ ຂຶ້ນ​ເຖິງ 100 ຕື້ USD ໃນ​ປີ 2025

(VOVWORLD) - ເນື່ອງໃນໂອກາດຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນທີ 1 ກໍລະກົດ, ຢູ່ນະຄອນຫຼວງ ເຊີອູນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບການນຳບາງກຸ່ມບໍລິສັດໃຫຍ່ຂອງ ສ.ເກົາຫຼີ.
ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ - ສ.ເກົາຫຼີ ຂຶ້ນ​ເຖິງ 100 ຕື້ USD ໃນ​ປີ 2025 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ  (ພາບ: VOV)

ໃນກອງປະຊຸມໂອ້ລົມສົນທະນາ, ການນຳບັນດາກຸ່ມບໍລິສັດແຖວໜ້າ ສ.ເກົາຫຼີ, ເຊັ່ນ: Huyndai Motors, GS Energy, Doosan Enerbility, KB Financial Group, Hana Financial Group, Shinhan Bank…. ຕີລາຄາສູງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ ແລະ ໃຫ້ຮູ້ວ່າ ພວມຮ່ວມມື,ລົງທຶນ, ດຳເນີນທຸລະກິຢ່າງມີປະສິດທິຜົນຢູ່ ຫວຽດນາມ. ບັນດາກຸ່ມບໍລິສັດ ສ.ເກົາຫຼີ ປາດຖະໜາຢາກສືບຕໍ່ລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດພະລັງງານ; ກໍ່ສ້າງສູນຂໍ້ມູນຄົບຊຸດ ແລະ ເຊື່ອມຕໍ່, ຫັນການບໍລິການສາທາລະນະ ເປັນດີຈີຕອນ; ຂະຫຍາຍສາຂາທະນາຄານ; ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ… ວິສາຫະກິດ ສ.ເກົາຫຼີ ກໍປາດຖະໜາວ່າ ບັນດາກະຊວງ, ຂະແໜງການ, ອົງການຂອງ ຫວຽດນາມ ຈະສືບຕໍ່ປະຕິຮູບລະບຽບການບໍລິຫານ, ຮັບປະກັນແຫຼ່ງໄຟຟ້າເປັນປົກກະຕິ ແລະ ຫຼາຍຮູບຫຼາຍແບບ; ມີນະໂຍບາຍໜູນຊ່ວຍພັດທະນາບັນດາຂະແໜງດັ່ງກ່າວ; ໜູນຊ່ວຍການບຳລຸງກໍ່ສ້າງ ແລະ ນຳໃຊ້ແຮງງານ, ເຊົ່າທີ່ດິນ…

        ພາຍຫຼັງທີ່ການນຳບັນດາກະຊວງ, ຂະແໜງການໃຫ້ຄຳຕອບ, ແບ່ງປັນກ່ຽວກັບບັນດາບັນຫາ ເຊິ່ງບັນດາກຸ່ມບໍລິສັດໃຫຍ່ຂອງ ສ.ເກົາຫຼີ ມີຄວາມສົນໃຈ, ຂໍ້ສະເໜີ, ກ່າວຄຳເຫັນສະຫຼຸບການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປາດຖະໜາວ່າ ບັນດາກຸ່ມບໍລິສັດແຖວໜ້າຂອງ ສ.ເກົາຫຼີ ຈະສືບຕໍ່ເປີດກວ້າງການລົງທຶນ, ຮ່ວມມືກັບ ຫວຽດນາມ, ພ້ອມກັນຊຸກຍູ້ “ຂົງເຂດຮ່ວມມືໃໝ່”, ບົນພື້ນຖານວິທີການສຳຜັດທີ່ມີລັກສະນະ “ທົ່ວໂລກ, ຮອບດ້ານ, ທົ່ວປວງຊົນ”.

        ກໍໃນຕອນເຊົ້າວັນທີ 1 ກໍລະກົດ, ຢູ່ນະຄອນຫຼວງ ເຊີອູນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສ.ເກົາຫຼີ.

        ເນື່ອງໃນໂອກາດນີ້, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດສອງປະເທດ ກໍ່ໄດ້ມອບ - ຮັບຂໍ້ຕົກລົງຮ່ວມມື 23 ສະບັບ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ