ຍົກສູງການບໍລິຫານເພື່ອໃຫ້ວິສາຫະກິດເຕີບໃຫຍ່ເຂັ້ມແຂງ

(VOVWORLD) -  ຕອນເຊົ້າວັນທີ 28 ກຸມພາ, ສະຖາບັນຄົ້ນຄວ້າການຄຸ້ມຄອງເສດຖະກິດສູນກາງໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຊຸກຍູ້ການສ້າງຄວາມສະດວກເຂົ້າຮ່ວມຕະຫລາດ: ປັບປຸງການເລີ່ມຕົ້ນທຸລະກິດ ແລະ ປົກປ້ອງຜູ້ຖືຫຸ້ນສ່ວນໜ້ອຍ”.
ຍົກສູງການບໍລິຫານເພື່ອໃຫ້ວິສາຫະກິດເຕີບໃຫຍ່ເຂັ້ມແຂງ - ảnh 1 (ພາບປະກອບ/ຫວຽດນາມ+)

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ, ເມື່ອປັບປຸງກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍວ່າດ້ວຍການລົງທຶນ, ບັນດາອົງການຄຸ້ມຄອງ ຄວນປັບປຸງບາງເນື້ອໃນຄື: ສືບຕໍ່ມອບສິດຕັດສິນດ້ວຍຕົນເອງກ່ຽວກັບກາຈ້ຳໃຫ້ແກ່ວິສາຫະກິດ; ກຳນົດເວລາໃນການແຈ້ງ, ເສຍຄ່າທຳນຽມພາສີອາກອນໃນວັນທີ 30 ມັງກອນ ຂອງປີຕໍ່ໄປສຳລັບວິສາຫະກິດທີ່ສ້າງຕັ້ງໃໝ່. ທ່ານ ເດົ້າແອັງຕ໊ວນ, ຫົວໜ້າຂະແໜງລະບອບກົດໝາຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສະເໜີວ່າ:

        “ພາລະກຳຂອງກົດໝາຍວ່າດ້ວຍວິສາຫະກິດໃນໄລຍະຈະມາເຖິງ ຕ້ອງຊຸກຍູ້ຄຸນນະພາບການບໍລິຫານ ແລະ ຕ້ອງຍື່ນສະເໜີຕໍ່ລັດຖະມົນຕີ, ລັດຖະບານມີລາຍການຕິດຂັດພ້ອມ ເພື່ອເພີ່ມທະວີ, ຊຸກຍູ້ຄຸນນະພາບການບໍລິຫານ, ຕ້ອງສ້າງລະບົບຊີວະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ