ຍົກ​ສູງ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ ໃນ​ໄລ​ຍະ​ທີ່​ເໝາະ​ສົມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ສິງກະໂປຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ ແລະ ມີປະສິດທິຜົນຂອງ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ. 

ຍົກ​ສູງ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ ໃນ​ໄລ​ຍະ​ທີ່​ເໝາະ​ສົມ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Teo Chee Hean ລັດຖະມົນຕີຂັ້ນສູງ ທັງເປັນລັດຖະມົນຕີປະສານງານຄວາມໝັ້ນຄົງແຫ່ງຊາດ ສິງກະໂປ (ພາບ: VGP)

ວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Teo Chee Hean ລັດຖະມົນຕີຂັ້ນສູງ ທັງເປັນລັດຖະມົນຕີປະສານງານຄວາມໝັ້ນຄົງແຫ່ງຊາດ ສິງກະໂປ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ສິງກະໂປຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ ແລະ ມີປະສິດທິຜົນຂອງ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ. ເພື່ອພ້ອມກັນສ້າງປະຖົມປັດໄຈຢ່າງໝັ້ນແກ່ນ ໃນການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ໃນໄລຍະເໝາະສົມ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍຮັກສາປະສິດທິຜົນໃນການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ, ສຸມໃສ່ຜັນຂະຫຍາຍ ການພົວພັນຄູ່ຮ່ວມມືເສດຖະກິດ ຂຽວ - ເສດຖະກິດດີຈີຕອນຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເຕີບໂຕໃໝ່ຄື ເສດຖະກິດສີຂຽວ, ຫັນເປັນດີຈີຕອນ, ພະລັງງານສະອາດ…

ສ່ວນທ່ານ Teo Chee Hean ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນການເຮັດວຽກກັບອົງການຝ່າຍຫວຽດນາມ ໃນການຢ້ຽມຢາມຄັ້ງນີ້, ທ່ານກໍ່ຢັ້ງຢືນຈະສືບຕໍ່ຕັ້ງໜ້າຮ່ວມມື, ໜູນຊ່ວຍ, ແບ່ງປັນບົດຮຽນປະສົບການກັບ ຫວຽດນາມ ໃນບັນດາຂົງເຂດເຊິ່ງ ທ່ານນາຍົກລັດຖະມົນຕີ ເຕື້ອງເຖິງ, ທ່ານໃຫ້ຮູ້ວ່າ ຈະ ເຊັ່ນໂດຍໄວ ຂໍ້ຕົກລົງຜັນຂະຫຍາຍການທົດລອງຕໍ່ບາງໂຄງການລະອຽດ ເພື່ອປະຕິບັດມາດຕາທີ 6 ໃນຂໍ້ຕົກລົງ ປາຣີ ກ່ຽວກັບໃບຢັ້ງຢືນ ກາກບອນລະຫວ່າງ ຫວຽດນາມ ແລະ ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ