ຍົກສູງການພົວພັນຮ່ວມມືດ້ານນິຕິບັນຍັດ ຫວຽດນາມ - ສາທາລະນະລັດເຊັກໂກ

ຍົກສູງການພົວພັນຮ່ວມມືດ້ານນິຕິບັນຍັດ ຫວຽດນາມ - ສາທາລະນະລັດເຊັກໂກ - ảnh 1
​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ​. ເຊັກ​ໂກ ເຈືອງ​ແມ້ງ​ເຊີນ 

(vovworld) - ​​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໂດຍ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ນຳ​ໜ້າ​ໄດ້​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ສ. ເຊັກ​ໂກ ແຕ່​ວັນ​ທີ 11 – 14/4 ຕາມ​ຄຳ​​ເຊ​ີນ​ຂອງ​ທ່ານ Milan Stech, ປະ​ທານ​ສະ​ພາ​ສູງ ສ. ເຊັກ​ໂກ. ຕ​າມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ​. ເຊັກ​ໂກ ເຈືອງ​ແມ້ງ​ເຊີນ ແລ້ວ, ການ​ຢ້ຽມ​ຢາມ ສ. ເຊັກ​ໂກ ຂອງ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຄັ້ງ​ນີ້​ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ເລິກ​ເຊິ່ງ​ກ່​ວາ​ອີກ:

        “ບັນ​ດາ​ການ​ນຳ 2 ປະ​ເທດ​ຈະ​ປຶກ​ສາ​ຫາ​ລື ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ບົດ​ຮຽນ ໃນ​ຂົງ​ເຂດ​ນິ​ຕິ​ບັນ​ຍັດ ແລະ ຮ​ຽບ​ຮຽງ​ກົດ​ໝາຍ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ການ​ຢ້ຽມ​ຢາມ​ຈະ​ສ້າງ​ການ​ຮ່ວມ​ມື​ໃໝ່ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກັບ​ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ ສ. ເຊັກ​ໂກ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ, ​ນຳການ​ພົວ​ພັນລະ​ຫວ່າງ 2 ສະ​ພາ​ແຫ່ງ​ຊາດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.”

                                               


ຕອບກັບ

ຂ່າວ/ບົດ​ອື່ນ