ຍົກສູງກຳລັງຄວາມ ສາມາດວົງຄະນາຍາດ ນຳບັນຫາສິ່ງແວດລ້ອມ ເຂົ້າໃນບັນດາໂຄງການພັດທະນາເສດຖະກິດສັງຄົມ

ຍົກສູງກຳລັງຄວາມ ສາມາດວົງຄະນາຍາດ ນຳບັນຫາສິ່ງແວດລ້ອມ ເຂົ້າໃນບັນດາໂຄງການພັດທະນາເສດຖະກິດສັງຄົມ - ảnh 1
ພາບປະກອບ:internet


 (vovworld)- ວັນ​ທີ 26/2 ຢູ່ ຮ່າ​ໂນ້ຍ, ອົງການ​ວິຊາ​ຊີບ​ສາມັກຄີ ​ແລະ ຮ່ວມ​ມື​ສາກົນ ຫວຽດນາມ(GRET) ​ໄດ້​ສະຫລຸບ​ໂຄງການ“ຫນູນ​ຊ່ວຍ​ເຄືອ​ຂ່າຍ​ບັນດາ​ອົງການ​ສັງຄົມ​ພົນລະ​ເຮືອນ​ທ້ອງ​ຖິ່ນ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ວົງ​ຄະນາ​ຍາດ​ເພື່ອ​​ນຳເອົາບັນຫາ​ສິ່ງ​ແວດ​ລ້ອມ​ເຂົ້າ​ໃນ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ(Synergies). ​ໂຄງການ​ດັ່ງກ່າວ​ໂດຍ ສະຫະພາບ​ເອີ​ລົບ ອຸປະຖຳ ​ແລະ ໄດ້​ຮັບ​ການ​ປະຕິບັດ​ໃນ​ໄລຍະ 3 ປີ ຄື​ແຕ່​ປີ 2011-2014 ຢູ່ 49 ຕາ​ແສງ ທີ່​ຂຶ້ນ​ກັບ 4 ​ແຂວງ ຟູ​ທໍ້, ຫວີງ​ຟຸກ, ຮື​ງອຽນ ​ແລະ ​ແທງ​ຮວາ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ຫື​ວມີ​ງ, ຜູ້ອຳ​ນວຍການ​ໂຄງການ​, ຫົວຫນ້າ​ອົງການ​ GRET ຫວຽດນາມ​ໃຫ້​ຮູ້​ວ່າ: ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ປັບປຸງ​ກຳລັງ​ຄວາມ​ສາມາດ​ໃຫ້​ແກ່​ເຄືອ​ຂ່າຍ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ພົນລະ​ເຮືອນ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຫນູນ​ຊ່ວຍ​ບັນດາຊາວ​ທ້ອງ​ຖິ່ນ​ເຂົ້າ​ຮ່ວມ​ໂຄງການ.

ຂ່າວ/ບົດ​ອື່ນ