ຍົກສູງກຳລັງຄວາມສາມາດການເຄື່ອນໄຫວພົວພັນຕ່າງປະເທດໃຫ້ສະມາຊິກສະພາແຫ່ງຊາດໜຸ່ມ

ຍົກສູງກຳລັງຄວາມສາມາດການເຄື່ອນໄຫວພົວພັນຕ່າງປະເທດໃຫ້ສະມາຊິກສະພາແຫ່ງຊາດໜຸ່ມ - ảnh 1
ກອງ​ປະຊຸມ​ສຳ​ມະ​ການ​ຍົກ​ສູງ​ກຳລັງ​ຄວາມ​ສາ​ມາດການ​ເຄື່ອນ​ໄຫວ​
ພົວພັນ​ຕ່າງປະ​ເທດ​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ​ໜຸ່ມ
(ພາບ: TTXVN)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 19/11 ຢູ່ ຮ່າ​ໂນ້ຍ, ກຳມາ​ທິການ​ການຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ, ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໜຸ່ມ ​ແລະ ສະຖານທູດ ອັງກິດ ປະຈຳ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ການ​ຍົກ​ສູງ​ກຳລັງ​ຄວາມ​ສາ​ມາດການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ​ໜຸ່ມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເຊື່ອນ​ຕໍ່​ໂຄງການ​ສະພາ​ແຫ່ງ​ຊາດ​ໜຸ່ມ ​ໂດຍ​ສະຖານທູດ ອັງກິດ ​ແລະ ສະພາ ອັງກິດ ປະຕິບັດ​ຢູ່ ຫວຽດນາມ​ ແຕ່ປີ 2015. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໜຸ່ມ​ຊຸດ​ທີ 14 ​ໄດ້​ຮັບ​ຟັງ​ບັນດາ​ນັກ​ການ​ທູດ, ນັກ​ຊ່ຽວຊານ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດພົບ​ພັນ​ຕ່າງປະ​ເທດລັດຖະສະພາ​ໃນ​ເວລາຫລາຍ​ປີ  ​ແບ່ງປັນ​ບັນດາ​ບັນຫາ​ການ​ທູດ, ວັດທະນະທຳ​ໃນ​ໄລຍະ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ; ບັນດາ​ທັກ​ສະພົວພັນ​ແລກປ່ຽນ ​ແລະ ການຕອບ​ສຳ​ພາດຕໍ່​ນັກ​ຂ່າວ ​ແລະ ອື່ນໆ. ນີ້​ແມ່ນ​ບັນດາ​ທັກ​ສະ​ສຳຄັນ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ​ໜຸ່ມ​ຍົກ​ສູງ​ຄວາ​ມສາມາດ​ພົບປະ​ແລ​ກປ່ຽນ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ເທົ່າ​ນັ້ນ ຫາກ​ຍັງຊ່ວຍ​ບຳລຸງ​ການ​ເຜີຍ​ແຜ່​ສານເຖິງຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ທົ່ວ​ປະ​ເທດຢ່າງ​ມີ​ປະສິດທິ​ຜົນ​ອີກ​ດ້ວຍ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​.

ຂ່າວ/ບົດ​ອື່ນ