ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ປິ່ນ​ປົວ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ

(VOVWORLD) -ວາລະຊັກຖາມ ແລະ ຕອບຄຳຊັກຖາມທຳອິດຂອງ ສະພາແຫ່ງຊາດຊຸດທີ XV ໄດ້ເລີ່ມຂຶ້ນໃນເວລາ 8 ໂມງ ຂອງຕອນເຊົ້າວັນທີ 10 ພະຈິກ ດ້ວຍການຊັກຖາມທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ. 
ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ປິ່ນ​ປົວ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ - ảnh 1ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽນແທັງລອງ ຕອບຄຳຊັກຖາມ (ພາບ: quochoi.vn)

ພາຍຫຼັງຊັກຖາມທ່ານລັດຖະມົນຕີ ຫວຽນແທັງລອງ, ໃນການເຮັດວຽກ 2 ມື້ເຄິ່ງນີ້, ໃນສະມາຊິກສະພາແຫ່ງຊາດ ຈະຊັກຖາມລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະຕາງໜ້າໃຫ້ລັດຖະບານ ຫວຽດນາມ ຊີ້ແຈ້ງບາງບັນຫາ ເຊິ່ງສະມາຊິກສະພາແຫ່ງຊາດມີຄວາມສົນໃຈ.

        ສຳລັບການຕອບຄຳຊັກຖາມຂອງທ່ານລັດຖະມົນຕີ ຫງວຽນແທັງລອງ ໄດ້ຊີ້ແຈ້ງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ບັນຫາການຜະລິດວັກຊິນ, ການລົງທຶນໃຫ້ແກ່ຂົງເຂດສາທາລະນະສຸກຂັ້ນຮາກຖານ, ການແພດປ້ອງກັນ. ພ້ອມດຽວກັນນັ້ນ ແມ່ນການບໍຄຸ້ມຄອງຄ່າກວດເຊື້ອພະຍາດໂຄວິດ - 19, ອຸປະກອນການແພດ, ອຸປະກອນກວດເຊື້ອ; ມາດຕະການຫຼຸດຜ່ອນການຜິດດ່ຽງຄຸນນະພາບການບໍລິການ ກວດ, ປິ່ນປົວພະຍາດລະຫວ່າງຂັ້ນ, ເຂດ, ພາກຕ່າງໆ, ພິເສດແມ່ນຢູ່ເຂດປະສົບກັບຄວາມຫຍຸ້ງຍາກ; ກຳນົດທິດທາງບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ຂະແໜງສາທາລະນະສຸກ.

        ກ່ຽວກັບບັນຫາສັກວັກຊິນ, ທ່ານລັດຖະມົນຕີ ຫງວຽນແທັງລອງ ໃຫ້ຮູູ້ວ່າ ປັດຈຸບັນ ພວມສ້າງແຜນການສັກວັກຊິນເຂັມທີ 3 ໃຫ້ແກ່ປະຊາຊົນ ພາຍຫຼັງທີ່ສຳເລັດການຜັນຂະຫຍາຍການສັກເຂັມທີ 1 ແລະ ທີ 2 ຢ່າງທົ່ວເຖິງ. ກ່ຽວກັບບັນຫາຜະລິດວັກຊິນຢູ່ພາຍໃນປະເທດ, ທ່ານລັດຖະມົນຕີ ໃຫ້ຮູ້ວ່າ:

        “ປັດຈຸບັນ ມີ 2 ຫົວໜ່ວຍກຳລັງທົດລອງວັກຊິນໄລຍະທີ 3 ແລ້ວ. ກະຊວງສາທາລະນະສຸກ ໄດ້ຫຼຸດຜ່ອນລະບຽບການບໍລິຫານ ແຕ່ຕ້ອງຮັບປະກັນດ້ານວິຊາສະເພາະ ແລະ ຄວາມປອດໄພ, ສະນັ້ນ ໄດ້ສ້າງຕັ້ງ 2 ສະພາຈັນຍາບັນການແພດ ແລະ ສະພາອອກໜັງສືອະນຸຍາດ, ຕີລາຄາຄວາມປອດໄພ ແລະ ປະສິດທິຜົນຂອງວັກຊິນ. ພວກຂ້າພະເຈົ້າກໍຫວັງວ່າ ຈະຜະລິດວັກຊິນໄດ້ຢູ່ ຫວຽດນາມ ໃນໄວໆນີ້”.

        ເມື່ອຕອບຄຳຊັກຖາມກ່ຽວກັບຄຸນນະພາບແຫຼ່ງຊັບພະຍາກອນມະນຸດຂອງຂະແໜງສາທາລະນະສຸກ, ທ່ານລັດຖະມົນຕີ ໃຫ້ຮູ້ວ່າ, ທາງກະຊວງ ຍາມໃດກໍເອົາໃຈໃສ່ເຖິງບັນຫານີ້ ດ້ວຍເປົ້າໝາຍເພື່ອໃຫ້ຂະແໜງສາທາລະນະສຸກ ຫວຽດນາມ ມີຄຸນນະພາບເທົ່າທຽມກັບພື້ນຖານສາທາລະນະສຸກຂອງບັນດາປະເທດໃນໂລກ. ທາງກະຊວງກໍມີນະໂຍບາຍ, ມາດຕະການແນໃສ່ດຶງດູດຊັບພະຍາກອນມະນຸດມາເຮັດວຽກໃນຫົວໜ່ວຍສາທາລະນະສຸກຂອງລັດ.

        ກໍກ່ຽວຂ້ອງເຖິງກຳລັງຄວາມສາມາດຂອງຂະແໜງສາທາລະນະສຸກ, ໃນໄລຍະເກີດໂລກລະບາດໂຄວິດ - 19  ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງສາທາລະນະສຸກຂັ້ນຮາກຖານ. ການລົງທຶນແກ່ສາທາລະນະສຸກຂັ້ນຮາກຖານແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ເຊິ່ງຕ້ອງໄດ້ເອົາໃຈໃສ່ເປັນພິເສດໃນໄລຍະຈະມາເຖິງ.

        ໃນວາລະປຶກສາຫາລືຂອງຕອນເຊົ້າວັນດຽວກັນນີ້, ທ່ານລັດຖະມົນຕີກະຊວງພາຍໃນ, ລັດຖະມົນຕີກະຊວງການເງິນ ກໍ່ໄດ້ເຂົ້າຮ່ວມການອະພິປາຍ, ເຮັດແຈ້ງຕື່ມອີກ ກ່ຽວກັບການສົມທົບກັບກະຊວງສາທາລະນະສຸກໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ການຄຸ້ມຄອງລາຄາວັດຖຸອຸປະກອນການແພດ…/.

ຕອບກັບ

ຂ່າວ/ບົດ​ອື່ນ