ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ວຽກ​ງານ​ຕິດ​ຕາມ, ຕິດ​ຕາມກວດ​ກາ, ຄາດ​ຄະ​ເນ, ກ່າວ​ເຕືອນ​ໄພ​ທຳ​ມະ​ຊາດ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ສະເໜີວ່າ: ໃນວຽກງານການປ້ອງກັນ, ຕ້ານໄພທຳມະຊາດ ຕ້ອງປ່ຽໜແປງໃໝ່, ຍົກສູງກຳລັງຄວາມສາມາດໃນວຽກງານ ຕິດຕາມ, ຕິດຕາມກວດກາ, ຄາດຄະເນ, ກ່າວເຕືອນໄພທຳມະຊາດ.
ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ວຽກ​ງານ​ຕິດ​ຕາມ, ຕິດ​ຕາມກວດ​ກາ, ຄາດ​ຄະ​ເນ, ກ່າວ​ເຕືອນ​ໄພ​ທຳ​ມະ​ຊາດ - ảnh 1

 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: baochinhphu.vn)

   ຕອນເຊົ້າວັນທີ 25 ເມສາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ປະທານຄະນະກຳມະການແຫ່ງຊາດ ການຮັບມືກັບໄພທຳມະຊາດ ແລະ ການກູ້ໄພກູ້ຊີບ ໄດ້ເປັນປະທານກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໄພທຳມະຊາດ ແລະ ການກູ້ໄພກູ້ຊີບປີ 2022.

    ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ສະເໜີວ່າ: ໃນວຽກງານການປ້ອງກັນ, ຕ້ານໄພທຳມະຊາດ ຕ້ອງປ່ຽນແປງໃໝ່, ຍົກສູງກຳລັງຄວາມສາມາດໃນວຽກງານ ຕິດຕາມ, ຕິດຕາມກວດກາ, ຄາດຄະເນ, ກ່າວເຕືອນໄພທຳມະຊາດ. ຕາມ ທ່ານຮອງນາຍົກລັດຖະມົນຕີແລ້ວ, ຄຸນນະພາບວຽກງານຄາດຄະເນ ແມ່ນປັດໄຈຕັດສິນ, ແມ່ນພື້ນຖານໃຫ້ແກ່ວຽກງານຊີ້ນຳ ບໍລິຫານການຮັບມືກັບໄພທຳມະຊາດຢ່າງເປັນເຈົ້າການ, ນັບແຕ່ຫົວທີ, ຈາກທາງໄກ ແລະ ນຳມາເຊິ່ງປະສິດທິຜົນສູງ. ພ້ອມກັນນັ້ນຕ້ອງກຳນົດແມ່ນການໃຫ້ບຸລິມະສິດອັນດັບໜຶ່ງ ເພື່ອປ່ຽນແປງວິທີການ, ວິທີເຮັດ, ໃຫ້ບຸລິມະສິດແຫ່ຼງກຳລັງຂອງລັດ, ມີກົນໄກສົ່ງເສີມລະດົມແຫຼ່ງກຳລັງສັງຄົມ, ເພີ່ມທະວີການຮ່ວມມືສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ