ຍົກສູງກຳລັງຄວາມສາມາດສົ່ງອອກຜ່ານການຄ້າເອເລັກໂຕນິກຂ້າມຊາຍແດນ

(VOVWORLD) - ກອງປະຊຸມໄດ້ດຶງດູດຄວາມສົນໃຈຂອງບັນດາຄູ່ຮ່ວມມືແຖວໜ້າຢູ່ພາຍໃນ ແລະ ຕ່າງປະເທດ ຂຶ້ນກັບບັນດາຂົງເຂດການຄ້າເອເລັກໂຕນິກ, logistics, ອົງການການເງິນ...
ຍົກສູງກຳລັງຄວາມສາມາດສົ່ງອອກຜ່ານການຄ້າເອເລັກໂຕນິກຂ້າມຊາຍແດນ - ảnh 1ທ່ານນາງ ຫງວຽນທິມາຍແອັງ, ຮອງຫົວໜ້າສູນສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ນະຄອນ ຮ່າໂນ້ຍ
(ພາບ: congthuong.vn)

ກອງປະຊຸມ “ຍົກສູງກຳລັງຄວາມສາມາດສົ່ງອອກຜ່ານການຄ້າເອເລັກໂຕນິກຂ້າມຊາຍແດນ” ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ, ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ດຶງດູດຄວາມສົນໃຈຂອງບັນດາຄູ່ຮ່ວມມືແຖວໜ້າຢູ່ພາຍໃນ ແລະ ຕ່າງປະເທດ ຂຶ້ນກັບບັນດາຂົງເຂດການຄ້າເອເລັກໂຕນິກ, logistics, ອົງການການເງິນ, ພັດທະນາເຄື່ອງໝາຍການຄ້າ, digital markerting ຄື: Alibaba, Google… ເຂົ້າຮ່ວມ.

        ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາທະນາຄານ, ອົງການການເງິນ ໄດ້ແບ່ງປັນກ່ຽວກັບບັນດາມາດຕະການການເງິນຮອບດ້ານເພື່ອໜູນຊ່ວຍວິສາຫະກິດເມື່ອເຂົ້າຮ່ວມການຄ້າເອເລັກໂຕນິກຂ້າມຊາຍແດນ. ພ້ອມກັນນັ້ນ, ບັນດາຄູ່ຮ່ວມມືໄດ້ແບ່ງປັນ, ແນະນຳຫຼາຍເນື້ອໃນມີຜົນປະໂຫຍດໃນຂົງເຂດການຄ້າເອເລັກໂຕນິກ ແລະ ການຫັນເປັນດີຈີຕອນຄື: ແນະນຳສັງລວມບັນດາໂຄງການ, ການເຄື່ອນໄຫວການຄ້າເອເລັກໂຕນິກຂ້າມຊາຍແດນຢູ່ ຫວຽດນາມ, ແບ່ງປັນ ແນະນຳການດຳເນີນທຸລະກິດ ແລະ ການເຄື່ອນໄຫວຂອງຕະຫຼາດການຄ້າເອເລັກໂຕນິກສາກົນທີ່ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ