ຍົກສູງກຳລັງຄວາມສາມາດເຊື່ອມໂຍງໃຫ້ວິສາຫະກິດຂະໜາດກາງແລະນ້ອຍໃນພາກພື້ນ APEC

ຍົກສູງກຳລັງຄວາມສາມາດເຊື່ອມໂຍງໃຫ້ວິສາຫະກິດຂະໜາດກາງແລະນ້ອຍໃນພາກພື້ນ APEC - ảnh 1
(ພາບປະກອບ: ອິນເຕີແນັດ)

(vovworld) – ​ເມື່ອທຽບ​ກັບ​ກົດໝາຍວ່າ​ດ້ວຍ​ການ​ແກ່ງ​ແຍ້​ງ ຫຼື ຕ້ານ​ສິດ​ຜູກ​ຂາດ​ຢູ່​ແຕ່ລະ​ປະ​ເທດ​ໃນ​ພາກ​ພື້ນ, ຈາກ​ນັ້ນຍົກ​ອອກ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຍົກ​ສູງກຳລັງ​ຄວາມ​ສາມາດ​ເຊື່ອມ​ໂຍງ​ໃຫ້ບັນດາ​ວິ​ສາ​ຫະກິດຂະໜາດ​ກາງ ​ແລະ ນ້ອຍ (SME) ​ໃນ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ​ແມ່ນ​ຫ​ົວຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາທີ່​ຫາ​ກໍ່​ຖືກສະ​ຖາ​ບັນ​ຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ສິງກະ​ໂປ) ຈັດ​ຕັ້ງ​ໃນ​ວັນ​ທີ 4/5.​ ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຊ່ຽວຊານ​ທີ່​ມາ​ຈາກ ອົດ​ສະ​ຕາ​ລີ, ຈີນ, ອິນ​ໂດ​ເນ​ເຊຍ,​ ສ.​ເກົາຫຼີ,​ ຮົ່ງ​ກົງ(ຈີນ), ສິງກະ​ໂປ ​ແລະ ຫວຽດນາມ ກໍ່​ແລກປ່ຽນ ​ແລະ ປຶກສາ​ຫາລື​ບັນດາ​ແງ່​ມູນ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ແກ່ງ​ແຍ້​ງ,​ ຕ້ານ​ສິດ​ຜູກຂາດຢູ່​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ພາກ​ພື້ນ, ​ພິ​ເສດ​ແມ່ນ​ບັນດາ​ຂໍ້​ກຳນົດ​ທີ່​ນຳ​ໃຊ້​ສຳລັບ​ບັນດາ​ວິ​ສາ​ຫະກິດ​ຂະໜາ​ກກາງ ​ແລະ ນ້ອຍ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ເໝີ​ພາບ​ເມື່ອ​ວິວັດທະນາ​ການ​ເຊື່ອມ​ໂຍງນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ.

ຂ່າວ/ບົດ​ອື່ນ