ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້​ໄຂ​ກ​ານ​ຂັດ​ແຍ້ງ​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ນອກ​ສານ ຢູ່ ຫວຽດ​ນາມ

(VOVWORLD) -ກະຊວງຍຸຕິທຳ ຫວຽດນາມ ແລະ ອົງການພັດທະນາສາກົນ ອາເມລິກາ USAID ໄດ້ລົງນາມໃນບົດບັນທຶກຊ່ວຍຈຳໃນຂົງເຂດຍົກສູງກຳລັງຄວາມສາມາດໃນການແກ້ໄຂຂໍ້ຂັດແຍ້ງດ້ານການຄ້າ ແລະ ການລົງທຶນ ນອກສານ. 
ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້​ໄຂ​ກ​ານ​ຂັດ​ແຍ້ງ​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ນອກ​ສານ ຢູ່ ຫວຽດ​ນາມ - ảnh 1ພິທີລົງນາມໃນບົດບັນທຶກຊ່ວຍຈຳ (ພາບ:ກະຊວງຍຸຕິທຳ)

ວັນທີ 08 ມີນາ, ຢູ່ ຮ່າໂນ້ຍ, ກະຊວງຍຸຕິທຳ ຫວຽດນາມ ແລະ ອົງການພັດທະນາສາກົນ ອາເມລິກາ USAID ໄດ້ລົງນາມໃນບົດບັນທຶກຊ່ວຍຈຳໃນຂົງເຂດຍົກສູງກຳລັງຄວາມສາມາດໃນການແກ້ໄຂຂໍ້ຂັດແຍ້ງດ້ານການຄ້າ ແລະ ການລົງທຶນ ນອກສານ. ທ່ານລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ເລແທ່ງລອງ, ທ່ານຮອງລັດຖະມົນຕີ ຫງວຽນແຄັ໊ງງອກ, ຕາງໜ້າກະຊວງການຕ່າງປະເທດ, ທ່ານນາງ Ann Marie Yastishock ຫົວໜ້າອົງການພັດທະນາສາກົນ ອາເມລິກາ USAID ກໍ່ໄດ້ເຂົ້າຮ່ວມພິທີລົງນາມ.

ບົດບັນທຶກຊ່ວຍຈຳໃນຂົງເຂດຍົກສູງກຳລັງຄວາມສາມາດແກ້ໄຂການຂັດແຍ້ງດ້ານການຄ້າ ແລະ ການລົງທຶນນອກສານ ແມ່ນພື້ນຖານເພື່ອໃຫ້ສອງຝ່າຍຮ່ວມມື ດ້ວຍເປົ້າໝາຍໜູນຊ່ວຍຄວາມມານະພະຍາຍາມຂອງ ຫວຽດນາມ ໃນການສ້າງນະໂຍບາຍຢ່າງສົມບູນແບບ ເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂໍ້ຂັດແຍ້ງດ້ານການຄ້າ ແລະ ການລົງທຶນນອກສານຢູ່ ຫວຽດນາມ; ເພີ່ມທະວີກຳລັງຄວາມສາມາດໃຫ້ຝ່າຍຕ່າງໆຂອງເຄືອຂ່າຍໄກ່ເກ່ຍ, ກຳມະການນອກສານ ເພື່ອຍົກສູງຄຸນນະພາບການເຄື່ອນໄຫວ ແລະ ປະສິດທິຜົນໃນການປະຕິບັດນະໂຍບາຍກົດໝາຍໃນຂົງເຂດນີ້; ພ້ອມດຽວກັນນັ້ນ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນ, ຂອງປະຊາຄົມວິສາຫະກິດ ຫວຽດນາມ ກ່ຽວກັບຄວາມສຳຄັນຂອງວຽກງານໄກ່ເກ່ຍ, ກຳມະການນອກສານໃນປັດຈຸບັນ ແລະ ອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ