ຍົກສູງກຳລັງແກ່ງແຍ້ງ,ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ

ຍົກສູງກຳລັງແກ່ງແຍ້ງ,ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ - ảnh 1
ນະ​ຄອນ​ດ່ານັ້ງ
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)

(vovworld) - ​ຕອນ​ເຊົ້າ​ວັ​ນ​ທີ 14/03, ຢູ່​ຮ່າ​ໂນ້ຍ, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ອົງ​ການ​ພັດ​ທະ​ນາ​ສາ​ກົນ​ອາ​ເມ​ລິ​ກາ (USAID), ປະ​ກາດ​ບົດ​ລາຍ​ງານ​ປະ​ຈຳ​ປີດັດ​ຊະ​ນີ​ກຳ​ລັງ​ແກ່ງ​ແຍ້ງ​ຂັ້ນ​ແຂວງ (PCI) 2016. ຕາມ​ຕະ​ຕາ​ລາງ​ຈັດ​ອັນ​ດັບ PCI 2016, ນະ​ຄອນ​ດ່ານັ້ງ ​ຢືນ​ຢູ່​ແຖວ​ໜ້າ ປີ​ທີ 4 ຢ່າງ​ລຽນ​ຕິດດ້ວຍ​ຄະ​ແນ​ນ 70/100, ແຂວງກວາງ​ນິງ ຢືນ​ອັນ​ດັບ​ທີ 2 ແລະ ດົ່ງ​ທ໋າບ ຢືນ​ອັນ​ດັບ​ທີ 3. ທ່ານ ຫວູ​ຕ໋ຽນ​ໂລກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

        “ຜ່ານ​ບົດ​ລາຍ​ງານ PCI ຄັ້ງ​ນີ້, ພວກ​ເຮົາ​ຮູ້​ໄດ້​ສັນ​ຍາ​ນຂອງ​ບັນ​ດາ​ນະ​ຄອນ​ນຳ​ໜ້າ​ໃນ​ການ​ປະ​ຕ​ິ​ຮູບ​ຄື: ດ່ານັ້ງ, ກວາງ​ນິງ, ດົ່ງ​ທ໋າບ, ບິ່ງ​ເຍືອງ… ນັບ​ທັງ​ກຸ່ມ​ບັນ​ດາ​ທ້ອງ​ຖິ່ນ​ຢືນ​ອັນ​ດັບ​ສຸດ​ທ້າຍກໍ່​ເລີ່ມ​ບື່ນ​ຕົວ​ຂຶ້​ນ ດ້ວຍ​ບັນ​ດາ​ແນວ​ຄວາມ​ຄິດ​ໃໝ່. ການ​ເຄ​ື່ອນ​ໄຫວ​ແບ່ງ​ປັນ ແລະ ຮໍ່​າ​ຮຽນ​, ນຳ​ໃຊ້​ບັນ​ດາ​ພຶດ​ຕິ​ກຳ​ຕ​ົວ​ຈິງ​ທີ່​ດີ​ກ່ຽວ​ກັບ​ການ​ປັບ​ປຸງ​ການ​ຄຸ້​ມ​ຄອງ​ບໍ​ລິ​ຫານ ແລະ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ທ້ອ​ງ​ຖິ່ນ​ພວມ​ເກີດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ໃນ​ທົ່ວ​ປະ​ເທດ ແລະ ເຮັດ​ໃຫ້​ການ​ແຂ່ງ​ຂັນ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທ​ຸ​ລະ​ກິດ​ພວມ​ກາຍ​ເປັນ​ສິ່ງ​ທີ່​ດຶງ​ດູດ​ຍິ່ງກວ່າ​ເວ​ລາ​ໃດ​ໝົດ”.

ຂ່າວ/ບົດ​ອື່ນ