ຍົກສູງຄຸນນະພາບການດຳລົງຊີວິດໃຫ້ຜູ້ມີຄຸນງາມຄວາມດີ,ຜູ້ທຸກຍາກ

ຍົກສູງຄຸນນະພາບການດຳລົງຊີວິດໃຫ້ຜູ້ມີຄຸນງາມຄວາມດີ,ຜູ້ທຸກຍາກ - ảnh 1
ທ່ານ​ນາງ ຫງວຽນ​ທິ​ທູ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ
(ພາບ: voh.com.vn)


(vovworld) - ນະ​ຄອນ​ໂຮ່​ຈິ​ມິນ ສືບ​ຕໍ່​ຍົກ​ສ​ູງ​ຄຸນ​ນະ​ພາບການ​ດຳ​ລົງ​ຊີ​ວິດໃຫ້​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ໃກ້​ຈະ​ທຸກ​ຍາກ, ເປົ້າ​ໝາຍ​ອຸ​ປະ​ກະ​ລະ​ສັງ​ຄົມ, ເປົ້າ​ໝາຍ​ທີ່​ປະ​ສົບ​ກັບ​ຄວາມຫຍຸ້ງ​ຍາກ​ເປັນ​ພິ​ເສດ. ທ່ານ​ນາງ ຫງວຽນ​ທິ​ທູ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ເນັ້ນ​ໜັກ​ຄື​​ດັ່ງ​ກ່າວ​ທີ່ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017 ຂອງ​ພະ​ແນກ​ແຮງ​ງານ, ທະ​ຫານ​ເສ​ຍ​ອົງ​ຄະ ແລະ ສັງ​ຄົມ​ນ​ະ​ຄອ​ນ​ໂຮ່​ຈິ​ມິນ ເຊິ່​ງ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 04/01. ຕາມ​ທ່ານ​ນາງ ຫງວຽນ​ທິ​ທູ ແລ້ວ, ຂະ​ແໜງ​ແຮງ​ງານ, ທະ​ຫານ​ເສ​ຍ​ອົງ​ຄະ ແລະ ສັງ​ຄົມ ຕ້ອງ​ສຸມ​ໃສ່​ກວດ​ກາ​ຄືນ​ບັນ​ດາ​ເປົ້າ​ໝາຍ​​ໃນ​ນະ​ໂຍ​ບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ເພື່ອ​ປັບ​ປຸງ​ລະ​ດັບ​ເບິ່ງ​ແຍງ​ດູ​ແລ​ໃຫ້​ເໝ​າ​ະສົມ. ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ເຫັນ​ດ​ີ​ເພີ່ມເງິນກວ່າ 100 ຕື້ຶ້ຶ້​ດົ່ງ​ເມື່ອ​ທຽບ​ໃສ່​ປີ 2016 ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ໃຫ້ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ແລະ ຄົນ​ທຸກ​ຍາກ​ຢູ່ນະ​ຄອນໃນ​ໂອ​ກາດ​ບຸນ​ປີ​ໃໝ່.

ຂ່າວ/ບົດ​ອື່ນ