ຍົກ​ສູງ​ຄຸ​ນ​ນະ​ພາບ​ການ​ບໍ​ລິ​ການ​ໜູນ​ຊ່ວຍ​ແມ່​ຍິງ ແລະ ເດັກ​ນ້ອຍ​ທີ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ

(VOVWORLD) -ສະເພາະໃນໄລຍະປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນປີ 2020, ຈຳນວນຜູ້ຂໍໃຫ້ຄຳປຶກສາຜ່ານໂທລະສັບສາຍດ່ວຍ ແລະ ສື່ສັງຄົມອອນລາຍຂອງ ເຮືອນແຫ່ງຄວາມສະຫງົບສຸກ ໄດ້ເພີ່ມຂຶ້ນ 7 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຍົກ​ສູງ​ຄຸ​ນ​ນະ​ພາບ​ການ​ບໍ​ລິ​ການ​ໜູນ​ຊ່ວຍ​ແມ່​ຍິງ ແລະ ເດັກ​ນ້ອຍ​ທີ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ - ảnh 1ເຄື່ອງອຸປະກອນທີ່ໄດ້ຮັບການອຸປະຖຳ ຈະຊ່ວຍໃຫ້ພະນັກງານ ແລະ ຜູ້ພັກເຊົາໃນເຮືອນແຫ່ງຄວາມສະຫງົບສຸກ ມີຄວາມອຸ່ນອ່ຽນໃຈກວ່າໃນໄລຍະເກີດໂລກລະບາດ  (ພາບ: UN Women)

ອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UV Women) ຢູ່ ຫວຽດນາມ ຫາກໍມອບສົ່ງເຄື່ອງອຸປະກອນທີ່ຈຳເປັນ ມີມູນຄ່າ 1,5 ຕື້ ດົ່ງ ເພື່ອຍົກສູງຄຸນນະພາບຂອງລະບົບໂທລະສັບສາຍດ່ວນ, ປົວແປງພື້ນຖານທາງດ້ານວັດຖຸຂອງບັນດາການບໍລິການສັງຄົມທີ່ກ່ຽວຂ້ອງ ໃຫ້ແກ່ ເຮືອນແຫ່ງຄວາມສະຫງົບສຸກ 3 ຫຼັງ ຢູ່ ເກີນເທີ ແລະ ຮ່າໂນ້ຍ ເພື່ອແນໃສ່ຍົກສູງຄວາມສາມາດຮັບມືໂດຍດ່ວນສຳລັບສະພາບການໃຊ້ຄວາມຮຸນແຮງທີ່ນັບມື້ນັບເພີ່ມຂຶ້ນ. ເຄື່ອງອຸປະກອນທີ່ໄດ້ຮັບການອຸປະຖຳ ຈະຊ່ວຍໃຫ້ພະນັກງານ ແລະ ຜູ້ພັກເຊົາໃນເຮືອນແຫ່ງຄວາມສະຫງົບສຸກ ມີຄວາມອຸ່ນອ່ຽນໃຈກວ່າໃນໄລຍະເກີດໂລກລະບາດ, ເຮັດໃຫ້ການບໍລິການໜູນຊ່ວຍແມ່ຍິງ ແລະ ເດັກນ້ອຍ ທີ່ຖືກໃຊ້ຄວາມຮຸນແຮງ ມີຄວາມສົມບູນແບບກວ່າເກົ່າ, ພິເສດແມ່ນໃນສະພາບການເກີດວິກິດການຂອງ ໂລກລະບາດໂຄວິດ - 19.

ນັບແຕ່ເມື່ອສ້າງຕັ້ງໃນປີ 2007, ໂທລະສັບສາຍດ່ວນ ແລະ ເຮືອນແຫ່ງຄວາມສະຫງົບສຸກ ໄດ້ໜູນຊ່ວຍການປຶກສາຫາລືໃຫ້ແມ່ຍິງ ແລະ ເດັກນ້ອຍກວ່າ 9.000 ຄົນ; ກອບກູ້, ຕ້ອນຮັບ ແລະ ໃຫ້ການຊ່ວຍເຫຼືອ ແມ່ຍິງເກືອບ 14.000 ຄົນ ແລະ ເດັກຍິງ 560 ຄົນ ມາພັກອາໄສຊົ່ວຄາວ. ສະເພາະໃນໄລຍະປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນປີ 2020, ຈຳນວນຜູ້ຂໍໃຫ້ຄຳປຶກສາຜ່ານໂທລະສັບສາຍດ່ວຍ ແລະ ສື່ສັງຄົມອອນລາຍຂອງ ເຮືອນແຫ່ງຄວາມສະຫງົບສຸກ ໄດ້ເພີ່ມຂຶ້ນ 7 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.


ຕອບກັບ

ຂ່າວ/ບົດ​ອື່ນ