ຍົກສູງຄຸນນະພາບການເປັນເສນາທິການຂອງບັນດາອົງການພັກ

ຍົກສູງຄຸນນະພາບການເປັນເສນາທິການຂອງບັນດາອົງການພັກ - ảnh 1
ທ່ານ ດິງ​ເທ໋ຮີນ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຫວຽດນາມ
(ພາບ: TTXVN)


(vovworld) - ຕອນ​ເຊົ້າ​ວັນ​ທີ 19/02, ຢູ່​ຮ່າ​ໂນ້ຍ, ສະພາ​ວິທະຍາສາດ​ບັນ​ດາ​ອົງການ​ພັກ​ສູນ​ກາງ ​ໄດ້​ຜັນ​ຂະຫຍາຍ​ວຽກ​ງານ​ປີ 2014 ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 6 ຊຸດ​ທີ 11 ກ່ຽວ​ກັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ ດິງ​ເທ໋ຮີນ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກກອມມູນິດ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ປີ 2014 ​ແມ່ນ​ປີ​ສຳຄັນ​ຂອງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ ຕ້ອງ​ສືບ​ຕໍ່​ຕິດ​ແທດ​ກັບ​ລາຍການ​ເຮັດ​ວຽກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ, ກົມ​ການ​ເມືອງ, ຄະນະ​ເລຂາສູນກາງພັກ ​ແລະ ບັນດາ​ອົງການ​ພັກຂັ້ນສູນ​ກາງ​. ​ເຊິ່ງຈຸດ​ສຸມ​ແມ່ນ​ຮັບ​ໃຊ້​ວຽກ​ງານ​ສະຫຼຸບ​ບາງ​ບັນ​ຫາ​ທິດ​ສະ​ດີ ​ແລະ ຕົວ​ຈິງ​ຜ່ານ​ໄລຍະ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສະພາ, ປະກອບສ່ວນ​ເປັນ​ທີ່​ປຶກສາ​ໃຫ້​ບັນດາ​ອົງການ​ພັກ​ຂັ້ນສູນ​ກາງ ​ແລະ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມະຕິ​ຂອງ​ພັກ, ລັດຖະທຳ​ທະນູ​ນສະບັບ​ປັບປຸງ, ກະກຽມກອງ​ປະຊຸມ​ໃຫຍ່ຂອງ​ພັກ​ທຸກ​ຂັ້ນ, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ບົນ​ພື້ນຖານ​ການ​ຄົ້ນຄວ້າ​ວິທະຍາສາດ, ບັນດາ​ຄະນະ, ອົງການ​ຈັດ​ຕັ້ງ​ພັກ​ຂັ້ນສູນ​ກາງ ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນະ​ເລຂາສູນກາງສືບ​ຕໍ່​ປ່ຽນ​ໃໝ່​ຈີນ​ຕະນາ​ການ, ວາງ​ທິດ​ທາງແຜນການ, ສ້າງແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງຕ້ອງການ​ພັດທະນາ​ຂອງ​ປະ​ເທດ​ຊາດ​​.

ຂ່າວ/ບົດ​ອື່ນ