ຍົກສູງຄຸນນະພາບການໜູນຊ່ວຍດ້ານນິຕິກຳໃຫ້ແກ່ຄົນທຸກຍາກແລະເປົ້າໝາຍດ້ອຍໂອກາດ

(VOVWORLD) -ວາລະປຶກສາຫາລືເພື່ອແນໃສ່ອັບເດັດຂໍ້ມູນ, ແລກປ່ຽນກ່ຽວກັບການສ້າງໃຫ້ສົມບູນແບບ ແລະ ປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການໜູນຊ່ວຍດ້ານນິຕິກຳໃຫ້ແກ່ບັນດາເປົ້າໝາຍທີ່ກ່ຽວຂ້ອງໃນໄລຍະຜ່ານມາ
ຍົກສູງຄຸນນະພາບການໜູນຊ່ວຍດ້ານນິຕິກຳໃຫ້ແກ່ຄົນທຸກຍາກແລະເປົ້າໝາຍດ້ອຍໂອກາດ - ảnh 1ວາລະປຶກສາຫາລື
(ພາບ: qdnd.vn)

ໃນຂອງເຂດໂຄງການເພີ່ມທະວີດ້ານກົດໝາຍ ແລະ ຍຸຕິທຳຢູ່ຫວຽດນາມ (ໂຄງການ EU JULIE) ໂດຍສະຫະພາບເອີລົບ, ໂຄງການພັດທະນາສະຫະປະຊາຊາດ, ຮ່ວມກັນອຸປະຖຳ. ວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ກະຊວງຍຸຕິທຳຫວຽດນາມ ໄດ້ຈັດວາລະປຶກສາຫາລືສ້າງໃຫ້ສົມບູນແບບ, ປະຕິບັດກົດໝາຍດ້ວຍຫົວຂໍ້ “ເພີ່ມທະວີການສຳຜັດກັບການໜູນຊ່ວຍດ້ານນິຕິກຳໃຫ້ແກ່ຄົນທຸກຍາກ ແລະ ເປົ້າໝາຍດ້ອຍໂອກາດ”. ວາລະປຶກສາຫາລືເພື່ອແນໃສ່ອັບເດັດຂໍ້ມູນ, ແລກປ່ຽນກ່ຽວກັບການສ້າງໃຫ້ສົມບູນແບບ ແລະ ປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການໜູນຊ່ວຍດ້ານນິຕິກຳໃຫ້ແກ່ບັນດາເປົ້າໝາຍທີ່ກ່ຽວຂ້ອງໃນໄລຍະຜ່ານມາ, ຈາກນັ້ນຍົກອອກບັນດາຂໍ້ສະເໜີ, ຂໍ້ສະເໜີແນະ ເພື່ອແນໃສ່ຍົກສູງຄຸນນະພາບຂອງການບໍລິຫານດັ່ງກ່າວຢູ່ຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳຫວຽດນາມ ຫງວຽນແຄ໊ງງອັກ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ ຫວຽດນາມ ສືບຕໍ່ເພີ່ມທະວີການສຳຜັດກັບການບໍລິການໜູນຊ່ວຍດ້ານນິຕິກຳໃຫ້ແກ່ປະຊາຊົນ; ປະສານສົມທົບວຽກງານໜູນຊ່ວຍດ້ານນິຕິກຳກັບບັນດານະໂຍບາຍຫຼຸດຜ່ອນຄວາມຫຍຸ້ງຍາກ; ດຶງດູດບັນດາແຫຼ່ງກຳລັງສັງຄົມ; ຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານໃນການເຄື່ອນໄຫວດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ