ຍົກສູງຄຸນນະພາບ,ກຳລັງແກ່ງແຍ້ງແລະສ້າງເຄື່ອງໝາຍການຄ້າຜະລິດຕະພັນ,ສິນຄ້າຫວຽດນາມ

ຍົກສູງຄຸນນະພາບ,ກຳລັງແກ່ງແຍ້ງແລະສ້າງເຄື່ອງໝາຍການຄ້າຜະລິດຕະພັນ,ສິນຄ້າຫວຽດນາມ - ảnh 1
(ທ່ານ ຫງວຽນທ້ຽນ​ເຍີນ ​ປະທານ​ຄະນະ​ກຳມະການ​
ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ)

(vovworld) – ກອງ​ປະຊຸມ​ກ່ຽວກັບການ​ປະຕິບັດບັ້ນ​ຂົນຂວາຍ​ຊາວ ຫວຽດນາມ ບຸລິມະສິດນຳ​ໃຊ້​ສິນຄ້າ ຫວຽດນາມ, ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/9 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນທ້ຽນ​ເຍີນ ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ບັ້ນ​ຂົນຂວາຍ​ຊາວ ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິນຄ້າ ຫວຽດນາມ ຖື​ວ່າ: ​ເພື່ອ​ສືບ​ຕໍ່​ປະຕິບັດບັ້ນ​ຂົນຂວາຍ​​ໃຫ້​ມີ​ປະສິດທິ​ຜົນ ຕ້ອງ​ຍູ້​ແຮງ​ວຽກ​ງານ​ຖະ​ແຫຼ​ງຂ່າວ, ສືສານ, ຍົກ​ສູງ​ຄວາ​ມຮັບ​ຮູ້ ​ແລະ ຄວາມ​ຮັບຜິດ​ຊອບຂອງ​ຜູ້​ຜະລິດ ​ແລະ ນຳ​ໃຊ້​ຜະລິດ​ຕະພັນ, ການ​ບໍລິການ​ເຄື່ອງໝາຍ​ການ​ຄ້າ ຫວຽດນາມ, ພິ​ເສດ​ແມ່ນ​ຍົກ​ສູງ​ຄຸນ​ນະພາ​ບ​ແກ່ງ​ແຍ້​ງ, ສ້າງ​ຜະລິດ​ຕະພັນ​ໃໝ່. ທ່ານ ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ:

        “​ໃນ​ການ​ແກ່ງ​ແຍ້​ງ, ຄຽງ​ຂ້າງ​​ຜະລິດ​ຕະພັນ​ທີ່​​ເປັນມູນ​ເຊື້ອ, ການ​ຍົກ​ສູງ​ຄຸນ​ນະພາ​ບ, ສ້າງ​ຜະລິດ​ຕະພັນ​ໃໝ່​ແມ່ນ​ສຳຄັນ​ທີ່​ສຸດ. ກ່ຽວ​ກັບ​ຄ່າ​ໃຊ້​ຈ່າຍ, ລາຄາ, ຍິ່ງ​ເຊື່ອມ​ໂຍງ​ເທົ່າ​ໃດ​ ​ກໍ່ຍິ່ງ​ຫລຸດ​ລາຄາ​ລົງ​ເທົ່າ​ນັ້ນ. ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າບັນດາ​ວິ​ສາ​ຫະກິດ ຍາ​ມ​ໃດ​ກໍຕ້ອງ​ຄິດ​ໄລ່​ຊັ່ງຊາ​ຢ່າງ​ລະອຽດ ແລະ ຄະນະ​ພັກກຸ່ມ​ຍາມ​ໃດ​ກໍ​ຕ້ອງສົມທົບກັບ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ,​ ສິນຄ້າ​ໃດທີ່​ເຂົາ​ເຈົ້າ​ຂາຍ​ບຸບ​ລາຄາ ຫລື ມີ​ໄພ​ຂາຍ​ບຸບລາຄ່າ​ ແມ່ນຕ້ອງ​ຈັດ​ຕັ້ງ​ການສຳ​ຫລວດ​, ຖ້າ​ບໍ່​ເຮັດ​ຄື​ແນວ​ນັ້ນ, ພວກ​ເຮົາ​ຈະ​ຮັບ​ຜົນ​ເສຍ​ຫາຍ. ຕໍ່ໜ້າ​ຄວາມຮຽກຮ້ອງ​ຍົກ​ສູງ​ສະມັດ​ຕະພາບ​ຂອງ​ວິ​ສາ​ຫະກິດ, ຮັບປະກັນ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ຫລຸດ​ລາຄ່າລົງ​ແມ່ນ​ຕ້ອງ​ປະຕິບັດ​ຜ່ານ​ການປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ, ຍົກ​ສູງສະມັດ​ຕະພາບ.”

        ທ່ານ ຫງວຽນທ້ຽນ​ເຍີນ ສະ​ເໜີບັນດາວິ​ສາ​ຫະກິດ​ຕ້ອງ​ຍູ້​ແຮງ​ການ​ປ່ຽນ​ໃໝ່, ນຳ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ຍົກ​ສູງ​ຄຸນ​ນະພາ​ບ, ກຳລັງ​ແກ່ງ​ແຍ້​ງຂອງ​ຜະລິດ​ຕະພັນ, ສິນຄ້າ ​ແລະ ການ​ບໍລິການ; ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ປົກ​ປ້ອງ​ສິດ​ຂອງ​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກ; ສ້າງ​​ເຄື່ອງໝາຍ​ການ​ຄ້າ​ໃຫ້​ໄດ້ ​ແລະ ຈັດ​ຕັ້ງ​ຕາໜ່າງ​ແຈກ​ຢາຍ​ທີ່​ກ້ວາງ​ຂວາງ​ໃຫ້ສິນຄ້າ ຫວຽດນາມ.


ຂ່າວ/ບົດ​ອື່ນ