ຍົກສູງຄຸນນະພາບຂອງລະບົບສື່ມ່ວນຊົນ

ຍົກສູງຄຸນນະພາບຂອງລະບົບສື່ມ່ວນຊົນ - ảnh 1
ທ່ານລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນບັກຊອນ ແມ່ນເນື້ອໃນຕົ້ນຕໍໃນລາຍການ “ປະຊາຊົນ ຖາມ - ລັດຖະມົນຕີຕອບ”
(ພາບ: nguyentandung.org)

(​vovworld) – ວຽກງານຄຸ້ມຄອງແຫ່ງລັດສຳລັບຂົງເຂດສື່ມວນຊົນ, ວາງແຜນ ສື່ມວນຊົນ ຫວຽດນາມ ຮອດປີ 2020 ແມ່ນເນື້ອໃນຕົ້ນຕໍໃນລາຍການ “ປະຊາຊົນ ຖາມ - ລັດຖະມົນຕີຕອບ” ວັນທີ 15/6. ທ່ານລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນບັກ ຊອນ ໃຫ້ຮູ້ວ່າ: ປີ 2013, ທາງກະຊວງໄດ້ສ້າງ ແລະ ຍື່ນສະເໜີຕໍ່ລັດຖະບານປະກາດໃຊ້ຂໍ້ກຳນົດກ່ຽວກັບການຄຸ້ມຄອງການສະໜອງບໍລິການ ອີນເຕີເນັດ ແລະ ຂໍ້ມູນຂ່າວສານໃນເຄືອຂ່າຍອີນເຕີເນັດ. ຄຽງຄູ່ກັນນັ້ນ, ລັດຖະບານກໍ່ປະກາດໃຊ້ມະຕິກຳນົດການ ປັບໄໝລະເມີດບໍລິຫານໃນການເຄື່ອນ ໄຫວຈຳໜ່າຍຂອງສື່ມວນຊົນ. ບັນດາຂໍ້ກຳນົດນັ້ນໄດ້ ປະກອບສ່ວນເຮັດໃຫ້ວຽກງານ ຄຸ້ມຄອງລັດໃນ ຂົງເຂດຈຳໜ່າຍຂອງສື່ມວນຊົນ, ກ້າວເຂົ້າສູ່ຄວາມເປັນ ລະບຽບຮຽບ ຮ້ອຍ ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ວຽກງານຄຸ້ມຄອງເປັນຢ່າງດີ, ໄປຄຽງຄູ່ກັບວຽກງານກວດກາຂອງທຸກຂັ້ນ, ຂະແໜງການ, ຕ້ອງຍົກສູງຄວາມຮັບຮູ້ ຂອງຜູ້ນຳໃຊ້ ອີນເຕີເນັດ, ພິເສດແມ່ນລຸ້ນໜຸ່ມ, ມີເງື່ອນໄຂຈຳແນກລະຫວ່າງ ຄວາມຖືກຕ້ອງ ແລະ ຄວາມຜິດເພື່ອປົກປ້ອງຕົນເອງ ແລະ ເລືອກເຟັ້ນບັນດາຂໍ້ມູນ ຂ່າວສານທີ່ດີເພື່ອຮັບໃຊ້ໃຫ້ການ ພັດທະນາຂອງສ່ວນບຸກຄົນ, ກໍ່ຄືການພັດທະນາ ຂອງສັງຄົມ.




ຂ່າວ/ບົດ​ອື່ນ