ຍົກສູງຄຸນນະພາບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ

ຍົກສູງຄຸນນະພາບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ - ảnh 1
ກອງ​ປະຊຸມ​ແລ​ກປ່ຽນ​ວຽງ​ງານ​

(vovworld) - ​ ວັນ​ທີ 16/11, ຢູ່​ແຂວງ ຟູ໋ອຽນ, ຄະນະ​ຊີ້​ນຳ​ວຽງານ​ຖະ​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທດ​ສູນ​ກາງ​ຈັດ​ຕັ້ງ​ກອງ​ປະຊຸມ​ແລ​ກປ່ຽນ​ວຽງ​ງານ​ຄະນະ​ຊີ້​ນຳ​ວຽກ​ງານ​ ຖະ​ແຫຼ​ງຂ່າວ​ໃຫ້ ​ຕ່າງປະ​ເທດ​ບັນດາ​ແຂວງ, ນະຄອນ​ເຂດ​ພາກ​ກາງ - ​ໄຕ​ງວຽນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາຜູ້​ຕາງ​ໜ້າ 17 ຄະນະ​ຊີ້​ນຳ​ບັນດາ​ແຂວງ, ນະ​ຄອນ​ໃນ​ເຂດ. ບັນດາ​ຜູ້​ແທນ​ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ ຖະ​ແຫຼ​ງຂ່າວ​ໃຫ້ ​ຕ່າງປະ​ເທດ. ທີ່​ກອງ​ປະຊຸມ ທ່ານ ຟ້າ​ມວັນ​ລີງ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຮອງ​ຫົວໜ້າ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ວຽກ​ງານ​ ຖະ​ແຫຼ​ງຂ່າວ​ໃຫ້ ​ຕ່າງປະ​ເທດ​ສູນ​ກາງ, ສະ​ເໜີ​ບັນດາ​ທ້ອງ​ຖິ່ນ​ສຳ​ເລັດ​ການຈັດ​ຕັ້ງ, ກົນ​ໄກ​ຊີ້​ນຳ, ສົມທົບ​ການ​ເຄື່ອນ​ໄຫວ​ ຖະ​ແຫຼ​ງຂ່າວ​ໃຫ້ ​ຕ່າງປະ​ເທດ​ລະຫວ່າງສູນ​ກາງ ​ແລະ ທ້ອງ​ຖິ່ນ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ວຽກ​ງານ​ຝືກ​ອົບຮົມຄວາມ​ຮູ້, ທັກ​ສະ​ໃຫ້​ຖັນ​ແຖວ​ພະນັກງານ​ປະຕິບັດ​ວຽກ​ງານ​ໂຄສະນາ​ຖະ​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທດ; ຕ້ອງ​ສະໜອງ​ຂໍ້​ມູນ​ຂ່າວ, ​ເອກະສານ, ໃຫ້​ບັນດາ​ອົງການສື່ມວນ​ຊົນ​ຢ່າງ​ທັນ​ການ ​ແລະ ຄົບ​ຖ້ວນ​ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ໂຄສະນາ​ຖະ​ແຫຼ​ງຂ່າວ​ໃຫ້ ​ຕ່າງປະ​ເທດ.

 

 

 

ຂ່າວ/ບົດ​ອື່ນ