ຍົກສູງຄຸນນະພາບຮັບໃຊ້ແລະສະໜອງບໍລິການບໍລິຫານໃຫ້ແກ່ປະຊາຊົນ

ຍົກສູງຄຸນນະພາບຮັບໃຊ້ແລະສະໜອງບໍລິການບໍລິຫານໃຫ້ແກ່ປະຊາຊົນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld) – ​​ ຕອນ​ບ່າຍ​ວັນ​ທີ 6/7, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ກະ​ຊວງ​ພາຍ​ໃນ, ສູນ​ກາງ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ໄດ້​ເຊັນໂຄງ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ການ​ກຳ​ນົດ​ດັບ​​ຊະ​ນີ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ, ອົງ​ການ​ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ອົງ​ການ​ບໍ​ລິ​ຫານ​ແຫ່ງ​ລັດ​ປີ 2015 ແລະ ແຜນ​ການ​ປະ​ຕິ​ບັດ​ການ​​ສຳຫຼວດ​ໃນ​ສັງ​ຄົມ​ກຳ​ນົດ​ດັດ​​ຊະ​ນີ​ຄວາມ​ເພິ​່ງ​ພ​ໍ​ໃຈ​ຂອງ​ປະ​ຊາ​ຊົນ, ອົງ​ການ​ກ່ຽວ​ກັບ​ການ​ຮັບ​ໃຊ້​ຂອງ​ອົງ​ການ​ບໍ​ລິ​ຫານ​ແຫ່ງ​ລັດ.

        ຕາມນັ້ນ​ແລ້ວ, ບັນ​ດາ​ອົງ​ການ​ເຂົ້າ​ຮ່ວມ​ການ​ລົງ​ນາມ​ຈະ​ຈັດ​ຕັ້ງ​ການ​​ສຳຫຼວດ​ໃນ​ສັງ​ຄົມ ກຳ​ນົດ​ດັດ​​ຊະ​ນີ​ຄວາມ​ເພິ​ງ​ພໍ​ໃຈ​ກ່ຽວ​ກັບ​ການ​ຮັບ​ໃຊ້​ການ​ບໍ​ລິ​ຫານ​ສຳ​ລັບ​ບັນ​ດາ​ບໍ​ລິ​ການ​ບໍ​ລິ​ຫານ​ແຫ່ງ​ລັດ ​ເ​ຊິ່ງໄດ້​ຮັບ​ການ​ເລືອກ​ເຟັ້ນ​ຕ​າມ​ຂົງ​ເຂດ ແລະ ເປົ້າ​ໝາຍ​ສຳຫຼວດ​ໃນ​ສັງ​ຄົມ​, ​ລວບ​ລວມ, ໄຈ້​ແຍກ​ຕົວ​ເລກ, ສ້າງ​ບົດ​ລາຍ​ງານ ແລະ ​ຈັດ​ຕັ້ງ​ການ​ປະ​ກາດ​ດັດ​ຊະ​ນີ​ຄວາມ​ເພິງ​ພໍ​ໃຈ​ກ່ຽວ​ກັບ​ການ​ຮັບ​ໃຊ້​ບໍ​ລິ​ຫານ​ປີ 2015, ຕິດ​ຕາມກວດ​ກາ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​​ສຳຫຼວດ​ໃນ​ສັງ​ຄົມ​, ເລື່ອງ​ກຳ​ນົດ​ການ​ປະ​ກາດ​ດັດ​ຊະ​ນີ​ຄວາມ​ເພິ​່ງ​ພໍ​ໃຈ​ກ່ຽວ​ກັບ​ການ​ຮັບ​ໃຊ້​ການບ​ໍ​ລິ​​ຫານ​ເພື່ອ​ຮັບ​ປະ​ກັນ​ລັ​ກ​ສະ​ນະ​ຊັດ​ເຈັນ, ພາ​ວະ​ວິ​ໄສ, ກະ​ຈ່າງ​ແຈ້ງ. ຜ່ານ​ດັດ​​ຊະ​ນີ​ຄວາມ​ເພິ່​ງ​ພ​ໍ​ໃຈ​ກ່ຽວ​ກັບ​ການ​ຮັບ​ໃຊ້​ການ​ບໍ​ລິ​ຫານ, ບັນ​ດາ​ອົງ​ການ​ບໍ​ລິ​ຫານ​ແຫ່ງ​ລັດ​ກຳ​ແໜ້ນ​ຄວາມ​ຕ້ອງ​ການ, ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ, ອົງ​ການ​ເພື່ອ​ມີ​ມາດ​ຕະ​ການ​ປັບ​ປຸງ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ຮັບ​ໃຊ້ ແລະ ສະ​ໜອງ​ບໍ​ລິ​ການ​ບໍ​ລິ​ຫານ​ໃຫ້​ແກ່​ປະ​ຊາ​ຊົນ, ອົງ​ການ​ຈັດ​ຕັ້ງ.


ຂ່າວ/ບົດ​ອື່ນ