ຍົກສູງຄຸນະພາບວຽກງານໂຄສະນາເຜີຍແຜ່ບັນດາຂະບວນການແຂ່ງຂັນຮັກຊາດ

ຍົກສູງຄຸນະພາບວຽກງານໂຄສະນາເຜີຍແຜ່ບັນດາຂະບວນການແຂ່ງຂັນຮັກຊາດ - ảnh 1
(ທີ່​ການ​ໂອ້​ລົມ​ສົນ​ທະ​ນາ)

(vovworld) –​ ຍົກ​ສູງ​ຄຸ​ນະ​ພາບ​ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ ຂອງ​ທ່ານ​ ນາງ ດັງ​ທິງ໋ອກທິ່ງ, ຮອງ​ປະ​ທານ​ປະ​ເທດຫວຽດ​ນາມ, ຮອງ​ປະ​ທານ​ສະ​ພາ​ຜູ້​​ທີ່​ໜຶ່ງ​ສະ​ພາ​ແຂ່ງ​ຂ​ັນ-ຍ້ອ​ງ​ຍໍ​ ​ສູນ​ກາງ, ທີ່​ການ​ໂອ້​ລົມ​ສົນ​ທະ​ນາ ​ດ້ວຍ​ຫົວ​ຂໍ້​ວ່າ: “ຍົກ​ສູງ​ຄຸ​ນນະ​ພາບ​ ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ່ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຢ່າງ​ມີໄຊ​”  ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າວັນ​ທີ 7/6, ຢູ່​ຮ່​າໂນ້ຍ. ທ່ານ​ ນາງ ດັງ​ທິງ໋ອກ​ທິ່ງ, ຮອງ​ປະ​ທານ​ປະ​ເທດ ​ເນັ້ນ​ໜັກວ່າ: ໃນພາ​ລະ​ກິດ​ການ​ປ່ຽນ​ແປງ​ໃໝ່, ການສ້າງສາ ແລະ ​ປົກ​ປັກ​ຮັກ​ສາປະ​ເທດຊາດ​​ໃນ​ປັດ​ຈຸ​ບັນ​ນັ້ນ, ກຳ​ລັງ​ແຮງບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ສືບ​ຕໍ່​ໄດ້​ຮັ​ບ​ການ​ເສີມ​ຂະ​ຫຍາຍ, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ​ຄື​: ຂະ​ບວນ​ການ “ແຂ່ງ​ຂ​ັນ​ກັນ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ເກັ່ງ”; “ລົບ​ລ້າງ​ຄວາມ​ອຶດ​ຫີວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ”; “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່”; “ເພື່ອ​ໝູ່​ເກາະເຈື່ອງ​ຊາທີ່​ຮັກ​ແພງ”… ທ່ານ ​ນາງ ຮອງ​ປະ​ທານ​ປະ​ເທດ ຮຽກ​ຮ້ອງວ່າ:

​ຄວນ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່, ປ່ຽນ​ໃໝ່ເນື້ອ​ໃນ​, ຮູບ​ການໂຄ​ສະ​ນາ​ເຜີຍ​ແຜ່ ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ແລະ ວຽກ​ງານ​ຍ້ອງ​ຍໍ​ຊົມ​ເຊີຍ, ສ້າງ​ການ​ຫ​ັນ​ປ່ຽນ​ຢ່​າ​ງແຂງ​ແຮງ ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳ​ໃນ​ທົ່ວ​ລະ​ບົບ​ການ​ເມືອງ ເພື່ອ​​ໃຫ້ບັນ​ດາ​ຂະ​ບວນ​ການແຂ່ງ​ຂັນ ກາຍ​ເປັນ​ກຳ​ລັງ​​ໜູນອັນ​ໃຫຍ່ຫຼວງ​ຢ່າງ​ແທ້​ຈິງ, ປຸກ​ລະ​ດົມ​ກຳ​ລັງ​ແຮງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ ທົ່ວ​ປວງ​ຊົນ​ທັງ​ຊາດ ​​ເຂົ້າໃນ​ການປະ​ຕິ​ບັດ ​ພາ​ລະ​ກິດ​ການ​ປ່ຽນ​ແປງ​ໃໝ່​ໃຫ້​ດີ.

ຂ່າວ/ບົດ​ອື່ນ