ຍົກສູງຄວາມສາມາດ ສະຖິຕິແຮງງານ ຢູ່ຫວຽດນາມ

ຍົກສູງຄວາມສາມາດ ສະຖິຕິແຮງງານ ຢູ່ຫວຽດນາມ - ảnh 1

ການສະຖິຕິ​​ແຮງ​ງານ

(ພາບ:vieclamdaklak.net)

(VOV)- ອົງການ​ແຮງ​ງານ​ສາກົນ (ILO) ​ແລະ ກົມ​ໃຫ່ຍສະຖິຕິ​ຫວຽດນາມ ​ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ສະຖິຕິ​ກ່ຽວ​ກັບ​ແຮ​ງງານ​ຢູ່​ຫວຽດນາມ ທີ່​ຮ່າ​ໂນ້ຍ. ບົດ​ບັນທຶກ​ຊ່ວຍ​ຈຳ​ໄດ້​ຖືກປະຕິບັດ​ໃນໄລຍະ 2012-2016 ​ເພື​່ອແນ​ໃສ່ຍົກ​ສູງ​ຄວາມ​ສາມາດ​ໃຫ້​ແກ່​ຜູ້​ສະໜອງ, ຜະລິດ ​ແລະ ​ນຳ​ໃຊ້​ຕົວ​ເລກ​ສະຖິຕິ​​ແຮງ​ງານ ​ແລະ ວຽກ​ເຮັດ​ງານ​ທຳໝັ້ນຄົງ, ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ກຳນົດ​ນະ​ໂຍບາຍ​ອີງ​ບົນ​ຫຼັກ​ຖານ​ຢູ່​ຫວຽດນາມ. ການ​ສ້າງ ​ແລະ ວິ​ເຄາະ​ບັນດາ​ຄາດໝາຍ​ກ່ຽວ​ກັບ​ວຽກ​​ເຮັດ​ງານ​ທຳໝັ້ນຄົງລວມມີ​​ການຄົ້ນຄ້ວາ​ເລິກ​ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ຂອງ​ຕະ​ຫຼາດ​ແຮງ​ງານ ​ແລະ ຍົກ​ສູງ​ຄວາມ​ສາມາດ​​ໃຫ້​ແກ່ພະນັກງານ​ຂອງກົມ​ໃຫ່ຍສະຖິຕິ​ຫວຽດນາມ ຈະ​ແມ່ນ​ບັນດາ​ການ​ໃຫ້​ບຸລິມະສິດ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ. ການ​ໜູນ​ຊ່ວຍ​ຂອງອົງການ​ແຮງ​ງານ​ສາກົນ (ILO) ​ໃນ​ຂົງ​ເຂດ​ສະຖິຕິ​ແຮງ​ງານ​ນອນ​ໃນ​ຂອບ​ເຂດ​ບັນດາ​ການ​ໜູ​ນຊ່ວຍ​ລວມຂອງ​ອົງການ​ນີ້​ຕໍ່​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳໝັ້ນຄົງ ​ແລະ ​ແຜນການ ສປຊ ໜຶ່ງ​ດຽວ​ຢູ່​ຫວຽດນາມ ​ໄລຍະ 2012-2016

ຂ່າວ/ບົດ​ອື່ນ