ຍົກສູງຄວາມສາມາດພັດທະນາຄົ້ນຄວ້າການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ

ຍົກສູງຄວາມສາມາດພັດທະນາຄົ້ນຄວ້າການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບ)

(vovworld) - ​ ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ໝາກ​ຜົນ​ການ​ຄົ້ນ​ຄວ້າ​ໃໝ່ ກ່ຽວ​ກັບ​ຜົ​ນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ສຳ​ລັບ​ມະ​ນຸດ ແລະ ສິ່ງ​ແວດ​ລ້ອມ​ຢູ່​ຫວຽດ​ນາມ ຖືກ​ຈັດ​ຂຶ້ນໃນ​ວັນ​ທີ 24/11 ​ຢູ່​ຮ່າ​ໂນ້ຍ. ກອງ​ປ​ະ​ຊຸມ​ເພື່ອ​ຕີ​ລາ​ຄາການຄົງ​ຄ້າງ, ການ​ປ່ຽນ​ແປງ, ແຜ່​ຂະ​ຫຍາຍ ແລະ ຜົນ​ກະ​ທົບ​ເຖິງ​ສິ່ງ​ແວດ​ລ້ອມ; ຊີ​ວະ​ນາໆ​ພັນ, ການ​​ຫັນ​ປ່ຽນກ່ຽວ​ກັບ​ສຸ​ຂະ​ພາບ, ພະ​ຍາດ​ຂອງ​ບັນ​ດາ​ຜູ້​ຖືກ​ຕິດ​ທ​າດ​ພິດ​ສີ​ສົ້ມ​/ດີ​ໂອ​ຊິນ ແລະ ​ສະ​ເໜີບັນ​ດາ​ມາດ​ຕະ​ການ​​ປັບ​ປຸງ​ນະ​ໂຍ​ບາຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ດັ່ງ​ກ່າວ​. ທີ່ກອງ​ປະ​ຊຸ​ມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ຖື​ວ່າ, ເພື່ອ​ໃຫ້​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ທາດ​ເຄ​ມີ​ໂດຍ​ອາ​ເມ​ລິ​ກາ ນຳ​ໃຊ້​​ໃນ​ສົງ​ຄາມຢູ່​ຫວຽດ​ນາມ ບັນ​ລຸ​ໄດ້​​ປະ​ສິດ​ທິ​ຜົນ, ນອກ​ຈາກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສຸດ​ຂີດ​ຂອງ​ລັດ, ບັນ​ດາ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ ແລະ ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະ​ຊາ​ຄົມນັ້ນ ຕ້ອງ​ການ​ເພີ່ມ​ທະ​ວີ​ຍູ້​ແຮງ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແ​ຟ້ນລະ​ຫວ່າງ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ຈັດ​​ຕັ້ງ​ສັງ​ຄົມ​ຂອງ​ຫວຽດ​ນາມ ກັບ​ປະ​ຊາ​ຄົມ​ສາ​ກົນ​, ຍາດ​ແຍ່ງ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສາ​ກົນ ໃນ​ບັນ​ດາ​ຂົງ​ເຂດ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ຊ່ວ​ຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ເຕັກ​ໂນ​ໂລ​ຊີ​ແກ​້​ໄຂ, ຟື້ນ​ຟູ​ສິ່ງ​ແວ​ດ​ລ້ອມ.

ຂ່າວ/ບົດ​ອື່ນ