ຍົກສູງຄວາມສາມາດສຳພັດກັບຂໍ້ມູນ ຂ່າວໃຫ້ແກ່ຄົນຕາບອດ

ຍົກສູງຄວາມສາມາດສຳພັດກັບຂໍ້ມູນ ຂ່າວໃຫ້ແກ່ຄົນຕາບອດ - ảnh 1
(ພາບ:phapluattp.vn)

( vovworld ) –  ຕອນ​ເຊົ້າວັນ​ທີ 21/5, ສະມາຄົມ​ຄົນ​ຕາບອດ ຫວຽດນາມ ສົມທົບ​ກັບ​ອົງການ Maryknoll ​ໄດ້​ຈັດ​ກອງ​ປະ​ຊຸມ​ຜັນ​ຂະຫຍາຍ​ໂຄງການ “ພັດທະນາ​ລະບົບ​ຂໍ້​ມູນ​ຂ່າວ​ຂອງ​ສະມາຄົມ​ຄົນ​ຕາບອດ​ຫວຽດນາມ“ ຊື່​ງ​ແມ່ນ​ໂຄງການ​ເພື່ອ​ແນ​ໃສ່​ສ້າງ​ໂອ​ກາດ​ໃຫ້​ຄົນ​ຕາບອດ​ໃນ​ທົ່ວ​ປະ​ເທດ​ສາມາດ​ສຳ​ພັດ​ກັບ​ບັນດາ​ແຫຼ່ງຂໍ້​ມູນ​ຂ່າວ ​ແລະ ຄວາມ​ຮູ້​ດ້ານ​ການ​ສຶກສາ, ສອນ​ວິຊາ​ຊີບ, ຊອກ​ຫາ​ວຽກ​ເຮັດ​ງານ​ທຳ, ຂ່າວ​ບັນ​ເທິງ…. ຢ່າງ​ງ່າຍດາຍ, ດ້ວຍ​ວິທີ​​ເພີ່​ມຄວາມ​ສາມາດ​ນຳ​​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຂອງ​ສະມາຄົມ, ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຄົນ​ຕາບອດ ​ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຈືອ​ຈານ​ເຂົ້າກັບ​ວົງ​ຄະນາ​ຍາດ ​ແລະ ສັງຄົມ​ໄດ້​ໄວ​ກ່ວາ. ​ໃນ​ປີ 2012, ​ໂຄງການ​ຈະ​ນຳ​ປະຕູ​ຖານ​ຂໍ້​ມູນ​ສະຫງວນ​ໃຫ້​ແກ່​ຄົນ​ຕາບອດ​ເຂົ້າ​ເຄື່ອນ​ໄຫວ. Maryknoll ​ແມ່ນ​ອົງການ​ມະນຸ​ດສະ​ທຳ​ເຮັດ​ວຽກ​ຢູ່ 25 ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນມີ ຫວຽດນາມ. ​ໃນ​ເວລາ 20 ປີ​ໄດ້​ເຮັດ​ວຽກ​ຢູ່​ຫວຽດນາມ (1992-2012), Maryknoll ​ໄດ້​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ເພີ່ມ​ທະວີ​ຄວາມ​ສາມາດ​ຟື້ນ​ຟູອະ​ໄວ​ຍະ​ວະ​ໃຫ້​ແກ່​ຄົນ​ພິການຢູ່​ບັນດາ​ແຂວງ Hai Duong, Vinh Phuc, Nam Dinh.

 

ຂ່າວ/ບົດ​ອື່ນ