ຍົກສູງຄວາມສາມາດແກ່ງແຍ້ງການສົ່ງອອກໃຫ້ແກ່ວິສາຫະກິດຫວຽດນາມຂະໜາດກາງ ແລະ ນ້ອຍ

ຍົກສູງຄວາມສາມາດແກ່ງແຍ້ງການສົ່ງອອກໃຫ້ແກ່ວິສາຫະກິດຫວຽດນາມຂະໜາດກາງ ແລະ ນ້ອຍ - ảnh 1
ພິທີ​ເລີ່​ມ​ເຄື່ອນ​ໄຫວໂຄງການຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​
ໃນ​ການ​ສົ່ງ​ອອກ​ຜ່ານ​ການ​ສົ່ງ​ເສີມ​ການ​ຄ້າ​ທ້ອງ​ຖິ່ນ
(ພາບ: baomoi.com)

(vovworld) - ລັດຖະບານ​ສະ​ວິດ ຈະ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດຫວຽດນາມ​ຂະໜາດ​ກາງ ​ແລະ ນ້ອຍ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ການ​ສົ່ງ​ອອກ​ຜ່ານ​ການ​ສົ່ງ​ເສີມ​ການ​ຄ້າ​ທ້ອງ​ຖິ່ນ. ​ໂຄງການ​ດັ່ງດ່າວ​ໄດ້​ເລີ່​ມ​ເຄື່ອນ​ໄຫວ​ໃນ​ຕອນ​ເຊົ້າ​ວັນ​ທີ 13/06, ທີ​ກົມສົ່ງ​ເສີມ​ການ​ຄ້າ, ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ. ​ໂຄງການ​ຈະ​ແກ່​ຍາວເປັນ​ເວລາ 4 ປີ ດ້ວຍ​ຍອດ​ຈຳນວນ​ເງິນ​​ເກືອບ 3,9 ລ້ານ USD. ​ເປົ້າ​ໝາຍ​ຂອງ​ໂຄງການ​ແມ່ນ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງດ້ານ​ການ​ສົ່ງ​ອອກ​ຂອງ​ວິ​ສາ​ຫະກິດຂະໜາດ​ກາງ ​ແລະ ນ້ອຍຂອງ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະຕິບັດໂຄງການ, ທ່ານ​ນາງ Brigitte Bruhin, ຮອງ​ຫົວໜ້າ​ແຫ່ງ​ຊາດ​ຮ່ວມ​ມື​ພັດທະນາ​ເສດຖະກິດ​ຫ້ອງການ​ຮ່ວມ​ມືພັດທະນາ​ເສດຖະກິດ​ສະ​ວິດ, ສະຖານທູດ​ສະ​ວິດ ຖື​ວ່າ ການ​ປະກອບສ່ວນ​ຂອງ​ບັນດາ​ວິ​ສາ​ຫະກິດຂະໜາດ​ກາງ ​ແລະ ນ້ອຍ ​ເຂົ້າ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຫວຽດນາມ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ໂຄງການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ຂອງ​ລັດຖະບານ​ສະ​ວິດ ຈະ​ປະກອບສ່ວນ​ໜູນ​ຊ່ວຍ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດຂະໜາດ​ກາງ ​ແລະ ນ້ອຍ​ຢູ່ 3 ​ເຂດ​ຂອງ​ຫວຽ​ດນາມ, ​ຍົກ​ສູງ​ກຳລັງ​ສົ່ງ​ອອກ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ