ຍົກສູງຄວາມສາມາດແກ່ງແຍ້ງໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ

ຍົກສູງຄວາມສາມາດແກ່ງແຍ້ງໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ - ảnh 1
ພິທີ​ເລີ່​ມປະຕິບັດ​ໂຄງການ “ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງດ້ານ​ການ​ສົ່ງ​ອອກ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ກາງ​ ​ແລະ ນ້ອຍ​ຫວຽດນາມ ​ໂດຍ​ຜ່ານ​ລະບົບ​ສົ່ງ​ເສີມ​ການ​ຄ້າ​ທ້ອງ​ຖິ່ນ ”
(ພາບ : baocantho)

Vovworld- ວັນ​ທີ 11/7, ຢູ່​ນະຄອນ​ເກີນ​ເທີ, ກົມ​ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ​ໄດ້​ຈັດ​ພິທີ​ເລີ່​ມປະຕິບັດ​ໂຄງການ “ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງດ້ານ​ການ​ສົ່ງ​ອອກ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ກາງ​ ​ແລະ ນ້ອຍ​ຫວຽດນາມ ​ໂດຍ​ຜ່ານ​ລະບົບ​ສົ່ງ​ເສີມ​ການ​ຄ້າ​ທ້ອງ​ຖິ່ນ ” ​ໂຄງການ​ດັ່ງ​ກ່າວ ​ໂດຍ​ແມ່ນ​ລັດຖະບານ​ສະ​ວິດ​ອຸປະ​ຖຳ ​ແລະ ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຮອບ​ເວລາ 4 ປີ (2013-2016) ດ້ວຍ​ຍອດ​ຄ່າ​ໃຊ້​ຈາ​ຍ​ເກືອບ 3,9 ລ້ານ USD. ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ເພື່ອ​ແນ​ໃສ່ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງດ້ານ​ການ​ສົ່ງ​ອອກ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ກາງ​ ​ແລະ ນ້ອຍ​ຂອງຫວຽດນາມ, ຜ່ານ​ນັ້ນ ຈະ​ຊຸກຍູ້​ເພີ່ມວົງ​ເງິນ​ສົ່ງ​ອອກ ​ແລ​ະ ພັດທະນາ​ບັນດາ​ຂະ​ແໜງ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ​ຫວຽດນາມ ໂດຍ​ຜ່ານ​ລະບົບ​ສົ່ງ​ເສີມ​ການ​ຄ້າ​​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ຈຸດໝາຍ​ນີ້ ກໍ​ເພື່ອ​ແນ​ໃສ່​ຫັນ​ບັນດາ​ນະ​ໂຍບາຍ​ຂອງ​ລັດຖະບານ​ໃນ​ໄລຍະ​ປະຈຸ​ບັນ​ເປັນ​ລະອຽດ ​ແນ​ໃສ່​ເປີດ​ກ້ວາງ​ຕະຫຼາດ​ຈຳໜ່າຍ​ຜະລິດ​ຕະພັນ, ໜູນ​ຊ່ວຍ​ວິ​ສາ​ຫະກິດ​ປົດ​ປ່ອຍ​ສິນຄ້າ​ຄ້າງ​ສາງ, ຍູ້​ແຮງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃຫ້​ແກ່​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ