ຍົກສູງຄວາມຮັບຮູ້,ກຳລັງຄວາມສາມາດເສນາທິການໃນວຽກງານຊີ້ນຳຂອງອົງການສື່ມວນຊົນ

(VOVWORLD) -ຕອນເຊົ້າວັນທີ 10 ສິງຫາ, ຢູ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ສົມທົບກັບ ກະຊວງຖະແຫລງຂ່າວ ແລະ ສື່ມວນຊົນ, ສະມາຄົມນັກຂ່າວຫວຽດນາມ ຈັດຕັ້ງກອງປະຊຸມຝືກອົບຮົມວຽກງານສື່ມວນຊົນ. 
ຍົກສູງຄວາມຮັບຮູ້,ກຳລັງຄວາມສາມາດເສນາທິການໃນວຽກງານຊີ້ນຳຂອງອົງການສື່ມວນຊົນ - ảnh 1ທ່ານຮ່ວາງຫວີງບ໋າວ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວແລະສື່ສານ 

ກອງປະຊຸມໄດ້ຮັບການຈັດຕັ້ງຂຶ້ນ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ການນຳບັນດາອົງການສື່ມວນຊົນ, ຄະນະໂຄສະນາສຶກສາ, ພະແນກຖະແຫລງຂ່າວ ແລະ ສື່ສານ ບັນດາແຂວງ, ນະຄອນ ກຳໄດ້ບັນດາເນື້ອໃນພື້ນຖານກ່ຽວກັບແຜນນະໂຍບາຍ, ແນວທາງ, ທັດທະນະຂອງພັກ, ນະໂຍບາຍກົດໝາຍຂອງລັດກ່ຽວກັບວຽກງານສື່ມວນຊົນ, ບົດບາດ, ຄວາມຮັບຜິດຊອບຂອງບັນດາອົງການສື່ມວນຊົນ. ທ່ານ ຮ່ວາງຫວີງບ໋າວ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ:

        “ໃນຍຸກປະຈຸບັນຄວາມຮຽກຮ້ອງຕ້ອງການກ່ຽວກັບຂໍ້ມູນຂ່າວແມ່ນຫລວງຫລາຍທີ່ສຸດ, ການພົວພັນລະຫວ່າງຂໍ້ມູນຂ່າວທາງການຂອງສື່ມວນຊົນ ແລະ ສື່ສັງຄົມອອນລາຍແມ່ນຈຳເປັນທີ່ສຸດ ຖ້າຫາກພວກເຮົາຮູ້ຈັກຂຸດຄົ້ນ ແລະ ເສີມຂະຫຍາຍບັນດາຂໍ້ມູນຂ່າວຈາກສື່ສັງຄົມອອນລາຍດີທີ່ສຸດ.” 

ຕອບກັບ

ຂ່າວ/ບົດ​ອື່ນ