ຍົກສູງຄວາມຮັບຮູ້ກ່ຽວກັບຄຸນຄ່າວັດທະນະທຳ

(VOVWORLD) -ແຜນການເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້, ໜ້າທີ່ຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທຸກຊັ້ນວັນນະໃນການປະຕິບັດແນວທາງ, ແຜນນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການສ້າງຄຸນຄ່າວັດທະນະທຳ ແລະ ມາດຕະຖານຊາວຫວຽດນາມ
ຍົກສູງຄວາມຮັບຮູ້ກ່ຽວກັບຄຸນຄ່າວັດທະນະທຳ - ảnh 1(ພາບປະກອບ: baophutho.vn)

ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ຫາກໍ່ປະກາດແຜນການຖະແຫຼງຂ່າວ, ເຜີຍແຜ່ໂຄສະນາການປະຕິບັດແຜນການໂຄງການເຄື່ອນໄຫວວັດທະນະທຳ, ສິລະປະເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ, ເຂດຊາວຊົນເຜົ່າສ່ວນໜ້ອຍໄລຍະ 2021 – 2030. ແຜນການເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້, ໜ້າທີ່ຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທຸກຊັ້ນວັນນະໃນການປະຕິບັດແນວທາງ, ແຜນນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການສ້າງຄຸນຄ່າວັດທະນະທຳ ແລະ ມາດຕະຖານຊາວຫວຽດນາມ ໃນໄລຍະຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ; ກ່ຽວກັບຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາຊາວເຜົ່າສ່ວນໜ້ອຍຕິດພັນກັບການພັດທະນາການທ່ອງທ່ຽວ. ແຜນການກໍ່ແນໃສ່ໂຄສະນາເຜີຍແຜ່ກ່ຽວກັບການເຄື່ອນໄຫວວັດທະນະທຳ, ສິລະປະຮັບໃຊ້ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ, ເຂດຊາວຊົນເຜົ່າສ່ວນໜ້ອຍ ດ້ວຍຫຼາຍຮູບການສານທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ເໝາະສົມກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ