ຍົກສູງຈິດໃຈ“ເຄົາລົບກົດໝາຍ”,ຮັບປະກັນການພິພາກສາຊັດເຈັນ,ພາວະວິໄສ,ຖືກເປົ້າໝາຍ,ຖືກຕາມກົດໝາຍ

ຍົກສູງຈິດໃຈ“ເຄົາລົບກົດໝາຍ”,ຮັບປະກັນການພິພາກສາຊັດເຈັນ,ພາວະວິໄສ,ຖືກເປົ້າໝາຍ,ຖືກຕາມກົດໝາຍ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ
​ເຮັດ​ວຽກ​ກັບການ​ນຳ​ຫຼັກ​ແຫຼ່ງສານ​ປະ​ຊາ​ຊົນ​ສູງ​ສຸດ)

(vovworld) - ​​ ວັນ​ທີ 12/08, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳການ​ປະ​ຕິ​ຮູບ​ຕຸລາ​ການສູນ​ກາງ ໄດ້​ມີ​ການ​ເຮັດ​ວຽກ​ກັບການ​ນຳ​ຫຼັກ​ແຫຼ່ງສານ​ປະ​ຊາ​ຊົນ​ສູງ​ສຸດ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະ​ທ​ານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕີ​ລາ​ຄາ​ສູງບັນ​ດາໝາກ​ຜົນ, ​ຜົນ​ງານເຊິ່ງ​ສານ​ປະ​ຊາ​ຊົນ​ທຸກ​ຂັ້ນ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເໜີ​ໃຫ້​ສານ​ປະ​ຊາ​ຊົນ​ທຸກ​ຂັ້ນ ຕ້ອງ​ສຸມ​ໃສ່​ປ່ຽນ​ໃໝ່​ວຽກ​ງານ, ຍົກ​ສູງ​ຈິດ​ໃຈ “ເຄົາ​ລົບ​ກົດ​ໝາຍ”, ຮັບ​ປະ​ກັນ​ການ​ພິ​ພາກ​ສາ​ຢ່າງ​​​ຊັດ​ເຈັນ, ພາ​ວະ​ວິ​ໄສ, ຸ​ຖືກ​ເປົ້າ​ໝາຍ, ຖືກ​ຕາມ​ກົດ​ໝາຍ.

        “ຮັບ​ປະ​ກັນ​ການ​ພິ​ພາກ​ສາຢ່າງເຄັ່ງ​ຄັດ, ບໍ່​ໃຫ້​ລອດອາດ​ຊະ​ຍາ​ກອນ, ຕ້ອງ​ຕັດ​ສິນ​ລົງ​ໂທດຢ່າງ​ຖືກ​ຕ້ອງ, ​ເພື່ອ​ຮັບ​ປະ​ກັນ​ໃຫ້​ຊັບ​ສົມ​ບັດ​ຂອງ​ລັດ, ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ອົງ​ການ​ຈັດ​ຕ​ັ້ງ, ສ່ວນ​ບຸກ​ຄົນ​ຖືກ​ເສຍ​ຫາຍ. ເອົາ​ໃຈ​ໃສ່​ເຖິງ​ການ​ເກັບ​ຄືນ​ຊັບ​ສົມ​ບັດ​ຖື​ກ​ຮ​ົ່ວ​ໄ​ຫຼ ແລະ ຖືກ​ບັນ​ດາ​ເປົ້າ​ໝາຍ​ສໍ້​ລາດ​ບັນ​ຫຼວງຢືດ​ເ​ອົາ. ຍົກ​ສູງ​ຄຸ​ນ​ນະ​ພາບ​ການໂຕ້​ຄວາມ​ຢູ່​ບັນ​ດາ​ວາ​ລະ​ພິ​ພາກ​ສາ, ປະ​ຕິ​ບັດ​ວຽກ​ງານ​ໄກ​ເກ່ຍ​, ເຈ​ລະ​ຈາ​ໃນ​ການ​ແກ້​ໄຂ​ບັນ​ດາ​ຄະ​ດີ​ແພ່ງ, ບໍ​ລິ​ຫານໃຫ້​ເປັນ​ຢ່າງ​ດີ. ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດກ​າ​ວຽກ​ງານ​ພິ​ພາກ​ສາ​ຂອງ​ສານ​ຂັ້ນ​ເທິງ ສຳ​ລັບ​ສານ​ຂັ້ນ​ລຸ່ມ ເພື່ອ​ຄົ້ນ​ພົບ​ຢ່າງ​ທັນ​ການ, ປັບ​ປຸງ, ຖອດ​ຖອນ​ບົດ​ຮຽນ​ສຳ​ລັບບັນ​ດາ​​ຄວາມ​ຜິດ​ພາດ​ດ້ານ​ວິ​ຊາ​ການ… ”

ຂ່າວ/ບົດ​ອື່ນ