ຍົກສູງຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍຢູ່ພາກກາງແລະເຂດໄຕງວຽນ

ຍົກສູງຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍຢູ່ພາກກາງແລະເຂດໄຕງວຽນ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 1/7 ຢູ່​ນະຄອນ​ບວນມາ​ຖວດ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຕີ​ລາຄາ 1 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ຊົນ​ເຜົ່າ ​ແລະ 3 ປີ ​ແຫ່ງ​ການ​ປະຕິບັດ​ດຳລັດ 05 ຂອງລັດຖະບານ​ ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ​ຢູ່​ພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ. ຍາມ​ໃດ​ພັກ ​ແລະ ລັດ​ກໍ່​ກຳນົດ​ວ່າຍຸດ​ທະ​ສາດ​ວຽກ​ງານ​ຊົນ​ເຜົ່າ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ, ​ແມ່ນ​ປັດ​ໃຈ​ພື້ນຖານ​ເພື່ອ​ຍົກສູງ​ຄຸນ​ນະພາ​ບການ​ດຳລົງຊີວິດຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍກວ່າ 12 ລ້ານ​ຄົນ ທີ່​ພວມ​ດຳລົງ​ຊີວິດ​ຢູ່​ພາກ​ກາງ ​ແລະ ​​ເຂດ​ໄຕ​ງວຽນ ​ແລະ ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ທົ່ວ​ປະ​ເທດ. ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ, ​ໃນ 1 ປີຜ່ານມາ, ຊີວິດ​“ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ເຂດ​ພູດ​ອຍພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ ​ໄດ້​ຮັບ​ການ​ປັບປຸງ​ບາດກ້າວ​ໜຶ່ງ. ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖີ່​ນ​ໄດ້​ຕັ້ງໜ້າ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ເປັນ​ຢ່າງ​ດີ, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ການ​ລວບ​ລວມຄ່າ​ໃຊ້​ຈ່າຍ​ບັນດາ​ລາຍການ, ໂຄງການ​ເພື່ອ​ຜັນ​ຂະຫຍາຍ​ຢ່າງ​ມີ​ຈຸດ​ສຸມ, ມີ​ປະສິດທິ​ຜົນ. ຍ້ອນ​ເຫດ​ນັ້ນ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໃນ​ເຂດ​ພາກ​ກາງ, ​ໄຕ​ງວຽນ​ໄດ້​ຫຼຸດ​ລົງ​ຢ່າງ​ວ່ອງ​ໄວ (3 – 4%/ປີ) ​​ພື້ນຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ທາງ​ຄົມມະນາຄົມ​ຊົນນະບົດ, ຊົນລະປະທານ, ຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ… ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮັບ​ການ​ກໍ່ສ້າງ​ດີ​ພໍ​ສົມຄວນ. ບັນດາ​ຜົນງານ​ດັ່ງກ່າວ​ໄດ້​ສ້າງ​ການ​ຫັນປ່ຽນ​ທາງ​ດ້ານ​ຄວາມ​ຮູ້, ຄວາມ​ຮັບຜິດຊອບ​ຂອງ​ລະບົບ​ການ​ເມືອງ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ວຽກ​ງານ​ຊົນ​ເຜົ່າ.

ຂ່າວ/ບົດ​ອື່ນ