ຍົກ​ສູງ​ທັກ​ສະ​ແຮງ​ງານ ຫວຽດ​ນາມ ໃນ​ສະ​ພາບ​ການ​ໃໝ່

(VOVWORLD) -ຢູ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ໄຈ້ແຍກ, ຕີລາຄາບັນດາຜົນກະທົບຂອງໂລກລະບາດໂຄວິດ - 19 ຕໍ່ ແຮງງານ, ບັນຫາວຽກເຮັດງານທຳ ແລະ ຕະຫຼາດແຮງງານ ຫວຽດນາມໃນໄລຍະສັ້ນ, ໄລຍະຍາວ ກໍ່ຄືໃນສະພາບການຜົນກະທົບຢ່າງແຮງ ຈາກການປະຕິວັດອຸດສາຫະກຳຄັ້ງທີ 4 
ຍົກ​ສູງ​ທັກ​ສະ​ແຮງ​ງານ ຫວຽດ​ນາມ ໃນ​ສະ​ພາບ​ການ​ໃໝ່ - ảnh 1ກອງປະຊຸມສຳມະນາສາກົນແບບທາງໄກ ສົມທົບໂດຍກົງ, ດ້ວຍຫົວຂໍ້ “ຍົກສູງທັກສະແຮງງານ ຫວຽດນາມ ໃນສະພາບການໃໝ່” (ພາບ: TTXVN)

ຕອນບ່າຍວັນທີ 4 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບກັບສະຫະພັນໃຫຍ່ແຮງງານ ຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລະ ອົງການຈັດຕັ້ງແຮງງານສາກົນ (ILO) ໄດ້ຈັດກອງປະຊຸມສຳມະນາສາກົນແບບທາງໄກ ສົມທົບໂດຍກົງ, ດ້ວຍຫົວຂໍ້ “ຍົກສູງທັກສະແຮງງານ ຫວຽດນາມ ໃນສະພາບການໃໝ່”. ຢູ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ໄຈ້ແຍກ, ຕີລາຄາບັນດາຜົນກະທົບຂອງໂລກລະບາດໂຄວິດ - 19 ຕໍ່ ແຮງງານ, ບັນຫາວຽກເຮັດງານທຳ ແລະ ຕະຫຼາດແຮງງານ ຫວຽດນາມໃນໄລຍະສັ້ນ, ໄລຍະຍາວ ກໍ່ຄືໃນສະພາບການຜົນກະທົບຢ່າງແຮງ ຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ການຫັນປ່ຽນທິດລົງທຶນ, ເຕັກໂນໂລຢີ, ແຮງງານທີ່ມີທັກສະໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ແບ່ງປັນບັນດາບົດຮຽນປະສົບການ ສາກົນໃນການຮັບມືກັບໂລກລະບາດໂຄວິດ - 19 ເພື່ອແນໃສ່ຮັກສາການຜະລິດ, ຕ້ານການຂາດວັກຂາດຕອນລະບົບສະໜອງແຮງງານ, ກະກຽມແຮງງານທີ່ມີທັກສະ ໃຫ້ແກ່ການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ. ພ້ອມກັນນັ້ນ, ກໍ່ສະເໜີບັນດາວິທີການແກ້ໄຂເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຍົກສູງທັກສະແຫຼ່ງຊັບພະຍາກອນມະນຸດ ເພື່ອແນໃສ່ຟື້ນຟູ ແລະ ພັດທະນາຕະຫຼາດແຮງງານ, ພິເສດແມ່ນສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ, ສ້າງທັກສະແຮງງານ ທີ່ປັບຕົວໃຫ້ແທດເໝາະກັບການປະຕິວັດອຸດສາຫະກຳ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ