ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນການສ້າງກົດໝາຍສາກົນ

(VOVWORLD) -  ຕາມກະຊວງການຕ່າງປະເທດແລ້ວ, ຜູູ້ຮັບສະໝັກເລືອກຕັ້ງ ຂອງຫວຽດນາມ, ທ່ານ ເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ແມ່ນນັກການທູດອາວຸໂສຂອງ ຫວຽດນາມ ດ້ວຍການເຄື່ອນໄຫວມາເປັນເວລາ 40 ປີ, ພ້ອມທັງແມ່ນນັກຊ່ຽວຊານໃນຂົງເຂດກົດໝາຍສາກົນ, ມີປະສົບການໃນການແກ້ໄຂຂໍ້ຂັດແຍ່ງຕົວຈິງ…

        

ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນການສ້າງກົດໝາຍສາກົນ - ảnh 1ທ່ານ ເອກອັກຄະລັດຖະທູດ ຫງວຽນຮົ່ງທາວ (ພາບ: TTXVN)

ຫວ່າງແລ້ວນີ້, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ຢູ່ນິວຢອກ (ອາເມລິກາ) ແລະ ເຊີແນວ (ປະເທດ ສະວິດ) ໄດ້ສົ່ງຈົດໝາຍທາງການເພື່ອປະກາດສະໝັກເລືອກຕັ້ງຂອງທ່ານ ເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ເຂົ້າຄະນະກຳມະການກົດໝາຍສາກົນ (ILC) ອາຍຸການ 2023 – 2027 ໄປຍັງ ສປຊ ແລະ ບັນດາປະເທດ, ເລີ່ມຕົ້ນຍຸດທະສາດຂົນຂວາຍເລືອກຕັ້ງຢ່າງເປັນທາງການຂອງ ສະມາຊິກ ຫວຽດນາມ ເຂົ້າງອົງການນິຕິກຳສຳຄັນ ຂອງ ສປຊ. ເລື່ອງຜູ້ຕາງໜ້າ ຫວຽດນາມ ສືບຕໍ່ສະໝັກເລືອກຕັ້ງເຂົ້າຄະນະກຳມະການກົດໝາຍສາກົນ ແມ່ນເໝາະສົມກັບແນວທາງການຕ່າງປະເທດ ຂອງພັກ, ລັດ ຫວຽດນາມ, ນັ້ນແມ່ນ ສັນຕິພາບ, ຮ່ວມມືພັດທະນາ, ເອກະລາດ, ເປັນເຈົ້າຕົນເອງ, ເຫັນຫຼາຍຮູບຫຼາບແບບ. ຫວຽດນາມ ແມ່ນເພື່ອນພິດ, ແມ່ນຄູ່ຮ່ວມມືທີ່ເປັນໜ້າໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

        ຕາມກະຊວງການຕ່າງປະເທດແລ້ວ, ຜູູ້ຮັບສະໝັກເລືອກຕັ້ງ ຂອງຫວຽດນາມ, ທ່ານ ເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ແມ່ນນັກການທູດອາວຸໂສຂອງ ຫວຽດນາມ ດ້ວຍການເຄື່ອນໄຫວມາເປັນເວລາ 40 ປີ, ພ້ອມທັງແມ່ນນັກຊ່ຽວຊານໃນຂົງເຂດກົດໝາຍສາກົນ, ມີປະສົບການໃນການແກ້ໄຂຂໍ້ຂັດແຍ່ງຕົວຈິງ…

ຕອບກັບ

ຂ່າວ/ບົດ​ອື່ນ