ຍົກສູງບົດບາດ,ທີ່ຕັ້ງຂອງແນວໂຮມປະເທດຊາດຫວຽດນາມໃນລະບົບກນເມືອງ

ຍົກສູງບົດບາດ,ທີ່ຕັ້ງຂອງແນວໂຮມປະເທດຊາດຫວຽດນາມໃນລະບົບກນເມືອງ - ảnh 1
(ທ່ານ ຫງວຽນທ້ຽນເຍີນ ປະທານຄະນະດຳມະການ
ແນວໂຮມປະເທດຊາດ ຫວຽດນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 29/12, ຢູ່ ຮ່າ​ໂນ້ຍ, ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ຊຸດ​ທີ 8. ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ສະ​ແດງໃຫ້​ເຫັນ​ວ່າ, ປີ 2015 ບົດບາດ, ທີ່​ຕັ້ງ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ​ໃນ​ລະບົບ​ການ​ເມືອງ ​ແລະ ​ໃນ​ຊີວິດ​ສັງຄົມ​ ໄດ້​ຮັບ​ຢືນຢັນ​ຢ່າງ​ຈະ​ແຈ້ງ. ​ແນວ​ໂຮມ​ທຸກ​ຂັ້ນ​ໄດ້​ລະດົມ​ບົດບາດ​ເຕົ້າ​ໂຮມ, ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເປັນ​ຢ່າງ​ດີ; ຈັດ​ຕັ້ງ​ບັນດາຂະ​ບວນການ​ແຂ່ງຂັນ, ​ແລະການ​ຂົນຂວາຍຢ່າງມີ​ປະສິດທິ​ຜົນ, ພ້ອມ​ກັບ​ລັດ​​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ ​ແລະ ປົກ​ປັກ​ຮັກສາສິດຜົນ​ປະ​ໂຫຍ​ດອັນ​ຊອບ​ທຳຂອງ​ປະຊາຊົນ; ປະຕິບັດ​ປະຊາທິປະ​ໄຕ; ​ເພີ່ມ​ທະວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ; ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ; ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ລັດ… ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​, ​ເຊື່ອ​ໝັ້ນ ​ແລະ ນັບ​ມື້​ນັບ​ໄດ້​ການ​ສະໜັບສະໜູນຈາກ​ບັນດາ​ອົງການ​ລັດ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ. ທ່ານ ຫງວຽນ​ຕຸກ, ກຳມະການ​ຄະນະ​ປະທານຄະນະກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ, ຖື​ວ່າ:

        “​ໂດຍ​ມີ​ການ​ສົມທົບ​ກັນ​ເຄື່ອນ​ໄຫວ, ​ແນວ​ໂຮມ​ປະ​ເທດ​ຊາດ​ຈຶ່ງ​ລະດົມ​ບັນດາ​ອົງການ​ສະມາຊິກ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ​ໄດ້. ປີ 2015, ​ແນວ​ໂຮມ​ປະ​ເທດ​ຊາດ ​ໄດ້​ຜັນ​ຂະຫຍາຍ​ຂໍ້​ຕົກລົງ 218 ກ່ຽວ​ກັບ​ແນວ​ໂຮມ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ກໍ່ສ້າງ​ອຳນາດ​ການ​ປົກຄອງ. ​ ​ແລະ​ໃນ​ເບື້ອງ​ຕົ້ນສາມາດ​ບັນລຸ​ໄດ້​ບັນດາຜົນງານ​ທີ່​ໜ້າ​ຊື່ນ​ຊົມ, ນັ້ນ​ແມ່ນ​ລະດົມ​ບັນ​ດາ​ກຳລັງ​ປະຕິບັດ​ບົດບາດ​ໜ້າ​ທີ່​​ເປັນ​ອົງການ​ຮ່ວມສຳພັນ​ດ້ານ​ການ​ເມືອງ, ສະຫະພັນ​ດ້ວຍ​ຄວາມ​ສະໝັກ​ໃຈ​ຢ່າງ​ຖືກຕ້ອງ. ຍ້ອນ​ເຫດ​ນັ້ນ​ຈື່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ໃນ​ໝູ່​ປະຊາຊົນ“.

 

ຂ່າວ/ບົດ​ອື່ນ