ຍົກສູງປະສິດທິຜົນ ການຄຸ້ມຄອງລັດທີ່ມີຕໍ່ ວຽກງານຊົນເຜົ່າ

ຍົກສູງປະສິດທິຜົນ ການຄຸ້ມຄອງລັດທີ່ມີຕໍ່ ວຽກງານຊົນເຜົ່າ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ)

(vovworld) – ​ໃນ​ແຈ້ງ​ການ​ສະຫຼຸບ​ກອງ​ປະຊຸມ​ໃນ​ການ​ເຮັດ​ວຽກ​ກັບ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ກຳ​ມະການ​ຊົນ​ເຜົ່າ​​ໃນ​​ເວລາ​ຜ່ານ​ມາ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ຮຽກຮ້ອງ​ໃຫ້​ອົງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ສືບ​ຕໍ່​ຊາບ​ຊຶມ​​ແນວ​ທາງ, ນະ​​ໂຍບາຍຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ; ​ໂດຍສະ​ແດງອອກຜ່ານ​ໂຄງການ, ​ແຜນການ ​ແລະ ບັນດາ​ນະ​ໂຍບາຍ​ຢ່່າງລະອຽດ. ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຍົກ​ສູງ​ຄວາມ​ຮັບຜິດຊອບ ​ແລະ ​ເພີ່ມທະວີ​ການ​ຍົກ​ສູງ​ການ​ຄຸ້ມ​ຄອງ​ລັດ​ທີ່​ມີ​ຕໍ່​ວຽກ​ງານ​ຊົນ​ເຜົ່າ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ຄະນະກຳ​ມະການ​ຊົນ​ເຜົ່າ, ບັນດາ​ກະຊວງ, ຂະ​ແໜງ​ການຕ່າງໆ ສືບ​ຕໍ່​ກວດກາ​ຄືນ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ຊົນ​ເຜົ່າ; ກຳນົດຫົວໜ່ວຍ​ຮັບຜິດຊອບ​ການຄຸ້ມ​ຄອງ; ​ສ້າງ, ດັດ​​ແປງ, ຜັນ​ຂະຫຍາຍ​ປະຕິບັດ, ​ແບ່ງ​ກຳນົດ​ແຈ້ງ​ນະ​ໂຍບາຍ​ໜູນ​ຊ່ວຍ​ພັດທະນາ ​ແລະ ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ຢ່າງ​ຈະ​ແຈ້ງ; ​ເພີ່ມ​ທະວີ​ການ​ຈັດ​ແບ່ງ​ຂັ້ນ​ໃຫ້​ທ້ອງ​ຖິ່ນ. ບັນດາ​ນະ​ໂ​ຍບາຍ​ຕ້ອງ​ຮັບປະກັນ​ລັກສະນະ​ເປັນ​ໄປ​ໄດ້, ສ້າງ​ເງື່ອນ​ໄຂ​ສົ່ງ​ເສີມ​ໃຫ້​ປະຊາຊົນ​ເປັນ​ເຈົ້າ​ຕົນ​ເອງ​ປືນ​ຕົວ​ຂຶ້ນ, ຫຼຸດ​ຜົ້ນອອກ​ຈາກ​ຄວາມທຸກ​ຍາ​ກຢ່າງ​ໝັ້ນຄົງ. ຄະນະກຳ​ມະການ​ຊົນ​ເຜົ່າ ​ແລະ ບັນດາ​ກະຊວງ, ຂະ​ແໜງການ, ທ້ອງ​ຖິ່ນ​ຄົ້ນຄວ້າ, ​​ເປັນ​ເອກະ​ພາບ​ສະ​ເໜີ​ທັດສະນະ​, ກຳ​ນົດທິດ, ຈຸດໝາຍ​ສ້າງ​​ໃໝ່ບັນດາ​ໂຄງການ, ກົນ​ໄກ, ນະ​ໂຍບາຍ​ຊົນ​ເຜົ່າ, ​ເໝາະ​ສົມ​ກັບ​ສະພາບ​ຢູ່​ເຂດ​ຊົນ​ເຜົ່າ, ​ເຂດ​ພູດ​ອຍ​ໃນ​ໄລຍະ​ໃໝ່ ​ແລະ​ບັນລຸ​ປະສິດທິ​ຜົນ​ສູງ​ສຸດ.
ຂ່າວ/ບົດ​ອື່ນ