ຍົກສູງປະສິດທິຜົນ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

ຍົກສູງປະສິດທິຜົນ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1
(ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານປ້ອງ​ກັນ,
ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ)


(vovworld) - ຕອນ​ບ່າຍ​ວັນ​ທີ 05/05, ຢູ່​ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ສຳ​ເລັດ​ດ້ານ​ເນື້ອ​ໃນ, ​ລາຍການ​ທີ່​ໄດ້​ວາງ​ອອກ, ພາຍຫຼັງ​ທີ່ເຮັດ​ວຽກຢ່າງ​ຮີບ​ດ່ວນ, ​ເຂັ້ມ​ງວດ, ມີໜ້າ​ທີ່​ຮັບຜິດຊອບມາເປັນ 1 ວັນ. ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ໜັກ​ວ່າ.

        “​ໂດຍ​ອີ່​ງ​ໃສ່​ກົດ​ລະບຽບ ​ແລະ ບັນດາ​ມະຕິ​ຂອງ​ພັກ, ຕ້ອງ​ຫັນ​ເປັນ​ລະອຽດສ້າງ​ບັນ​ດາ​ກົດ​ລະບຽບ​ພາຍ​ໃນ​ຂອງ​ພັກ ​ເພື່ອ​ສ້າງ​ລະບົບ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ມີວິທະຍາສາດເທື່ອ​ລະ​ກ້າວ, ​ແໜ້ນ​ແຟ້ນ, ຄົບ​ຊຸດ; ລະບົບ​ບັນດາຫຼັກການ ​ແລະ ຄຸນສົມບັດ​ສຳລັບ​ບັນດາ​ພະນັກງານ, ສະມາຊິກ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້ນຳ​, ​ໃນ​ການ​ຮັກສາຄຸນ​ນະ​ທາດ, ຄຸນສົມບັດ, ບໍລິສຸດ, ທ່ຽງ​ທຳ, ​ເປັນ​ແບບຢ່າງ ນຳໜ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານ​ການ​ຟຸມ​​ເຟືອຍ”.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຮຽກຮ້ອງ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ກວດກາ​ຂອງ​ອົງຄະ​ນະ​ພັກ, ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ທົ່ວ​ສັງຄົມ​ກວ່າ​ອີກ; ນຳ​ເນື້ອ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດບັງ​ຫຼວງ ​ເຂົ້າ​ໃນ​ລາຍການ​ຕິດຕາມ​ກວດກາ​ແຕ່ລະ​ປີ.

        “ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເປັນ​ເຈົ້າພາບ​ສົມທົບ​ກັບ​ບັນດາ​ອົງການ​ ກ່ຽວຂ້ອງ, ຄົ້ນຄວ້າ, ​ເປັນ​ເສນາ​ທິການ​ໃຫ້​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ມີ​​ແຜນການ​ໂຄ​ສະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ໃນ​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ປະຊາຊົນທຸກ​ຊັ້ນ​ວັນນະ ກ່ຽວ​ກັບ​ວຽກ​ງານເຂົ້າ​ຮ່ວມ​ການຄົ້ນ​ພົບ​ ​ແລະ ​ກ່າວ​​ໂທດ​ສໍ້​ລາດ​ບັງ​ຫຼວງ ຕິດ​ພັນ​ກັບ​ການ​ຍ້ອງຍໍ, ​ເຊີດ​ຊູ ​ແລະ ມອບ​ລາງ​ວັນ​​ໃຫ້ບັນດາ​ຜູ້ກ່າວ​ໂທດ, ຄົ້ນພົບ​ຢ່າງ​ເໝາະ​ສົມ ​ແລະ​ທັນ​ການຍ້ອງຍໍ​ບັນດາ​ບົດຮຽນທີ່ດີ, ​ແບບຢ່າງ​ທີ່​ດີ, ພ້ອມ​ທັງ​ກ່າວ​ປະນາມ​ບັນດາ​ການກະທຳຫ​ຍໍ້​ທ້ໍ, ການສໍ້​ລາດ​ບັງ​ຫຼວງ​ຢ່າງ​ແຮງ”.

ຂ່າວ/ບົດ​ອື່ນ