ຍົກສູງປະສິດທິຜົນການຄຸ້ມຄອງແລະບໍລິຫານລັດ

ຍົກສູງປະສິດທິຜົນການຄຸ້ມຄອງແລະບໍລິຫານລັດ - ảnh 1
ຍົກສູງປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານລັດ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) -  ຕອນ​ເຊົ້າ​ວັນ​ທີ 08/07 ຢູ່​ນະຄອນ ດ່າ​ໜັງ, ສູນ​ເຝິດອົບຮົມ​ພະນັກງານ ​ແລະ ຄົ້ນຄວ້າ​ວິທະຍາສາດ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ແລກປ່ຽນ​ໝາກຜົນ​​ແຫ່ງ​ການສຳ​ຫລວດ​ດັດຊະນີ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ລັດ​ຂັ້ນ​ແຂວງ​ຢູ່ ຫວຽດນາມ (PAPI) ປີ 2015, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 100 ທ່ານ​ທີ່​ມາ​ຈາກ 17 ​ແຂວງ, ນະຄອນ​ເຂດ​ພາກ​ກາງ - ​ໄຕ​ງວຽນ. PAPI ​ແມ່ນດັດຊະນີ​ວັດ​ແທກພາວະ​ວິ​ໄສ​ກ່ຽວ​ກັບ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ລັກ​ຂັ້ນ​ແຂວງ​ຢູ່ ຫວຽດນາມ ​ໂດຍ​ອີງ​ໃສ່​ປະສົບ​ການ​ຂອງ​ປະຊາຊົນ ​ເມື່ອຕິດ​ຕໍ​ພົວພັນກັບ​ອຳນາດ​ການ​ປົກຄອງທຸກ​ຂັ້ນ​ໄດ້. ​ໂດຍ​ຜ່ານ 5 ປີຢ່າງ​ລຽນຕິດ (2011 - 2015) ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ທຸກ​ຂັ້ນ ພ້ອມ​ກັບ​ສູນ​ຄົ້ນ​ຄ້ວາ​ພັດທະນາ ​ແລະ ໜູນ​ຊ່ວຍ​ປະຊາ​ຄົນ (CECODES) ຂຶ້ນ​ກັບ​ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ ຫວຽດນາມ ​ແລະ ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ (UNDP) ຢູ່ ຫວຽດນາມ ປະຕິບັດ​ສຳ​ຫລວດ​ໃນ 63 ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ຢູ່ ຫວຽດນາມ, ຊຸດ​ດັດຊະນີ PAPI ​ໄດ້ ​ແລະ ພວມ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ສ້າງກຳລັງ​ໜູນ​ຍົກ​ສູງ​ປະສິດທິ​ຜົ​ນການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ລັດ; ປະກອບສ່ວນສ້າງ​ພື້ນຖານ​ລັດຖະການ​ມີ​ຄວາມ​ຮັບຜິດຊອບ, ມີ​ລັກສະນະ​ວິຊາ​ການ, ຂະຫຍັນ​ຂັນ​ເຄື່ອນ, ​ໂປ່​ງ​ໃສ ​ແລະ ມີ​ປະສິດທິ​ຜົນ.

        ທີ່​ກອງ​ປະຊຸມ, ບັນດາ​ນັກ​ຊ່ຽວຊານ​ໄດ້ໄຈ້​​ແຍກ​ຢ່າງ​ເລິກ​​ເຊິ່ງ ກ່ຽວ​ກັບທ່າ​ອ່ຽງຫັນປ່ຽນ​ຢູ່​ລະດັບ​ຊາດຜ່ານ 5 ປີ (2011 - 2015) ​ແລະ ການ​ຄົ້ນ​ພົບ PAPI 2015 ຈຳນວນ​ໜຶ່ງ. ບັນດາ​ຜູ​້​ແທນ​ໄດ້​ສະຫງວນ​​ເວລາຫລາຍ​ ​ເພື່ອ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວິທີ​ການ, ມາດ​ຕະການ, ວິທີການ​ປະຕິບັດທີ່ດີ ​ເພື່ອ​ແນ​ໃສ່​ປັບປຸງ​ດັດຊະນີ PAPI.

ຂ່າວ/ບົດ​ອື່ນ