ຍົກສູງປະສິດທິຜົນການປະຕິບັດບັນດາຂໍ້ສະຫຼຸບຂອງການກວດສອບ

(VOVWORLD) - ເນື້ອໃນຊັກຖາມລວມມີ: ການປະຕິບັດບັນດາຂໍ້ສະຫຼຸບ, ຂໍ້ສະເໜີແນະຂອງອົງການກວດສອບແຫ່ງລັດ, ວຽກງານປ້ອງກັນ ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທ້ໍໃນການເຄື່ອນໄຫວກວດສອບແຫ່ງລັດ…
ຍົກສູງປະສິດທິຜົນການປະຕິບັດບັນດາຂໍ້ສະຫຼຸບຂອງການກວດສອບ - ảnh 1ທ່ານຫົວໜ້າອົງການກວດສອບແຫ່ງລັດ ໂງວັນຕວນ
(ພາບ: quochoi.vn)

ຕອນເຊົ້າວັນທີ 05 ມິຖຸນາ, ເປັນຄັ້ງທຳອິດ ທ່ານຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໂງວັນຕວນ ໄດ້ຕອບຄຳຊັກຖາມ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ເນື້ອໃນຊັກຖາມລວມມີ: ການປະຕິບັດບັນດາຂໍ້ສະຫຼຸບ, ຂໍ້ສະເໜີແນະຂອງອົງການກວດສອບແຫ່ງລັດ, ວຽກງານປ້ອງກັນ ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທ້ໍໃນການເຄື່ອນໄຫວກວດສອບແຫ່ງລັດ…

ເມື່ອຕອນຄຳຊັກຖາມກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງພາຍໃນຂະແໜງ, ທ່ານຫົວໜ້າອົງການກວດສອບແຫ່ງລັດ ໂງວັນຕວນ, ຊີ້ແຈ້ງວ່າ:

“ນີ້ແມ່ນໜ້າທີ່ທີ່ໄດ້ຮັບຄວາມສົນໃຈຂອງຂະແໜງ. ເພື່ອປະຕິບັດ, ພວກຂ້າພະເຈົ້າໄດ້ເຜີຍແຜ່, ຊາບຊຶມບັນດາການຊີ້ນຳຂອງພັກ, ບັນດາເອກະສານໃໝ່ຂອງລັດກ່ຽວກັບການປ້ອງກັນ,  ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຢ່າງທັນການ. ຍູ້ແຮງວຽກງານຕິດຕາມກວດກາ, ເສີມຂະຫຍາຍບົດບາດຂອງອົງການກວດສອບແຫ່ງລັດ; ປັບໄໝລົງໂທດບັນດາການກະທຳສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢ່າງເຂັ້ມງວດ… ”

ຍົກສູງປະສິດທິຜົນການປະຕິບັດບັນດາຂໍ້ສະຫຼຸບຂອງການກວດສອບ - ảnh 2ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ
(ພາບ: quochoi.vn)

ຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.

ທີ່ການຊັກຖາມ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກຳນົດການພັດທະນາບັນດາຜະລິດຕະພັນທ່ອງທ່ຽວເປັນເອກະລັກສະເພາະ, ມີສະພາບແວດລ້ອມທ່ອງທ່ຽວສີວິໄລ, ເປັນມິດ, ລາຄາແກ່ງແຍ້ງ ແລະ ຕ້ອງຮ່ວມມືກັບປະຊາຊົນເພື່ອພັດທະນາການທ່ອງທ່ຽວ. ຍ້ອນເຫດນັ້ນ, ສະພາບການທ່ອງທ່ຽວຂອງ ຫວຽດນາມ ໄດ້ຮັບການປົວແປງໃນ 5 ເດືອນຕົ້ນປີ ແລະ ມີລະດັບເຕີບໂຕໃດໜຶ່ງ.

ປະຈຸບັນ, ບັນດາຜະລິດຕະພັນທ່ອງທ່ຽວທີ່ໄດ້ຢັ້ງຢືນ ພວມນຳໃຊ້ແມ່ນໄປຖືກທິດ. ຕົວຢ່າງຄື: ທ່ອງທ່ຽວທະເລ, ທ່ອທ່ຽວຂດຊຸມຊົນ ແລະ ຫຼາຍຜະລິດພັນທ່ອງທ່ຽວອື່ນອີກລ້ວນແຕ່ຖືກທິດ ແລະ ສອດຄ່ອງ. ມີຜະລິດຕະພັນທ່ອງທ່ຽຈຳນວນໜຶ່ງມີການພົວພັນແລກປ່ຽນດ້ານວັດທະນະທຳກັບຕ່າງປະເທດ. ບັນດາຄວາມກ້າວໜ້າ, ສິ່ງຍອດຍິ່ງຂອງມວນມະນຸດຕ້ອງໄດ້ຮັບເອົາເພື່ອເພີ່ມເຕີມ ແລະ ສ້າງຄວາມຮັ່ງມີໃຫ້ແກ່ວັດທະນະທຳ ຫວຽດນາມ”.

ກ່ຽວກັບມາດຕະການແກ້ໄຂໃຫ້ແກ່ການພັດທະນາການທ່ອງທ່ຽວຕອນກາງຄືນ, ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີໄດ້ປະກາດໃຊ້ຂໍ້ຕົກລົງອະນຸມັດຜ່ານແຜນການພັດທະນາເສດຖະກິດຕອນກາງຄືນຢູ່ ຫວຽດນາມ, ໃນນັ້ນ ໄດ້ມອບໜ້າທີ່ໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສ້າງທົດລອງຜະລິດຈະພັນທ່ອງທ່ຽວຕອນກາງຄືນຈຳນວນໜຶ່ງ. ທາງກະຊວງໄດ້ເລືອກເອົາ 12 ແຂວງ, ນະຄອນເພື່ອສຸມໃສ່ປະບັດຜະລິດຕະພັນທ່ອງທ່ຽວຕອນກາງຄືນຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ