ຍົກສູງປະສິດທິຜົນການຮ່ວມມືຮອບດ້ານລະຫວ່າງຫວຽດນາມແລະກຳປູເຈຍ

ຍົກສູງປະສິດທິຜົນການຮ່ວມມືຮອບດ້ານລະຫວ່າງຫວຽດນາມແລະກຳປູເຈຍ - ảnh 1
ທ່​ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຜູ້​ຮັກ​ສາ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Xamdec Krolahom Xokheng.
ພາບ:VGP

(vovworld)- ເນື່ອງ​ໃນ​ໂອ​ກາດ​ໄປຢ້ຽມ​ຢາມກຳ​ປູ​ເຈຍ ແລະ ເປັນ​ປະ​ທາ​ນ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 15 ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຫວຽດ​ນາມ - ກຳ​ປູ​ເຈຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ ກອງ​ປະ​ຊຸມ​ຮ່ວມ​ມື ແລະ ພັດ​ທະ​ນາ​ບັນ​ດາ​ແຂວງ​ຊາຍ​ແດນ ຫວຽດ​ນາມ -ກຳ​ປູ​ເຈຍ ຄັ້ງ​ທີ 9 ຢູ່ ພະ​ນົມ​ເປັນ, ຕອນ​ບ່າຍ​ວັນ​ທີ 14/3, ທ່​ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຜູ້​ຮັກ​ສາ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Xamdec Krolahom Xokheng. ທີ່​ການ​ພົບ​ປະ, ທ່ານ Xamdec Krolahom Xokheng ຢືນ​ຢັນ​: ຈະສືບ​ຕໍ່​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຂອງ ກຳ​ປູ​ເຈຍ ສືບ​ຕໍ່​ສົມ​ທົບ​ກັບ​ຫວຽດ​ນາມ​ເປັນ​ຢ່າງ​ດີ ເພື່ອ​ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ຊື່ງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ຕົ​ກ​ລົງ​ກັນ ເພື່ອ​ແນ​ໃສ່​ເປີດກວ້າງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງກວ່າ​ອີກ.

ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ສ​ະ​ເຫນີ ຜູ້​ຮັກ​ສາ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Xamdec Krolahom Xokheng ຊີ້​ນຳ​ເພືື່ອ​ໃຫ້​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ​-ປັກ​ຫລັກ​ໝາຍ​ຊາ​ຍ​ແດນ​ທາງ​ບົກ​ລະ​ຫວ່າງ​ສອງ​ປະ​ເທດ​ສຳ​ເລັດ​ໂດຍ​ໄວ​ເພື່ອ​​ສ້າງ​ເສັ້ນ​ຊາຍ​ແດນ​ສອງ​ປະ​ເທດ​​ກາຍເປັນ​ເສັ້ນ​ຊາຍ​ແດ​ນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບແລະ ການ​ພັດ​ທະ​ນາ, ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ພວມ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ກຳ​ປູ​ເຈຍ ກວ່າ​ອີກ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ຊາວ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ​ຍາວ​ນານ​ຢູ່ ກຳ​ປູ​ເຈຍ.

ຕອນ​ບ່າຍ​ວັນ​ດຽ​ວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ໄດ້​ໄປ​ຢ້ຽມ​ຢາມ​ສະ​ຖານ​ທູດ​ຫວຽດ​ນາມ ​ປະ​ຈຳ ກຳ​ປູ​ເຈຍ.


ຕອບກັບ

ຂ່າວ/ບົດ​ອື່ນ