ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ກອງປະຊຸມສຳມະນາແລກປ່ຽນບົດຮຽນໃນການຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຂອງສະພາແຫ່ງຊາດ ໂດຍຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ສົມທົບກັບອົງການຮ່ວມມືສາກົນຍີ່ປຸ່ນ  (JICA) ຈັດຂຶ້ນແບບທາງໄກ ໃນວັນທີ 26 ສິງຫາ.
ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ - ảnh 1

 ທ່ານ ຮອງເລຂານຸການໃຫ່ຍ ຫ້ອງວ່າການສຳພາຕ່ຳຍີ່ປຸ່ນ Tsukiyama Nobuhiko (ຂວາ) (ພາບ: quochoi)

  ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຮອງເລຂານຸການໃຫ່ຍ ຫ້ອງວ່າການສຳພາຕ່ຳຍີ່ປຸ່ນ Tsukiyama Nobuhiko ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ມີບັນດາການເຄອື່ນໄຫວຄືການຝຶກອົບຮົມ, ສົ່ງນັກຊ່ຽວຊານຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມສຳມະນາຈັດຂຶ້ນຢູ່ຫວຽດນາມ.. ຜ່ານບັນດາການເຄື່ອນໄຫວນີ້, ສຳພາຕ່ຳຍີ່ປຸ່ນ ຢາກແນະນຳບັນດາບົດຮຽນຂອງສະພາແຫ່ງຊາດຍີ່ປຸ່ນ, ຜ່ານນັ້ນ, ຈະປະກອບສ່ວນຍົກສູງປະສິດທິຜົນຂອງການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ, ພ້ອມທັງຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງປະເທດກ່ວາອີກ.

   ທ່ານຮອງປະທານຄະນະກຳມາທິການກົດໝາຍ, ສະພາແຫ່ງຊາດຫວຽດນາມ ຫງວຽນເຈື່ອງຢາງ ໃຫ້ຮູ້ວ່າ: ກອງປະຊຸມສຳມະນາໄດ້ຈັດຂຶ້ນຢ່າງທັນການທີ່ສຸດ, ມີຄວາມໝາຍ ໃນສະພາບການສະພາແຫ່ງຊາດຫວຽດນາມ ກ້າວເຂົ້າສູ່ອາຍຸການໃໝ່ຂອງສະພາແຫ່ງຊາດ.

   ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານຍີ່ປຸ່ນ ໄດ້ແບ່ງປັນຫຼາຍບົດຮຽນ ແລະ ວິເຄາະ ເຮັດແຈ້ງຫຼາຍເນື້ອໃນ ກ່ຽວກັບການເຄື່ອນໄຫວຂອງບັນດາອົງການສະພາແຫ່ງຊາດ. ນີ້ຈະແມ່ນບັນດາຂໍ້ມູນສຳຄັນ ປະກອບສ່ວນເຂົ້າໃນການປ່ຽນແປງໃໝ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ