ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາຮາກຖານສຶກສາວິຊາຊີບ

(VOVWORLD) -ຕອນເຊົ້າວັນທີ 2 ມິຖຸນາ, ໃນການເຮັດວຽກກັບກະຊວງແຮງງານທະ ຫານເສຍອົງຄະ ແລະ ສັງຄົມ, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ເນັ້ນໜັກວ່າ
ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາຮາກຖານສຶກສາວິຊາຊີບ  - ảnh 1(ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້
ເຮັດວຽກກັບກະຊວງແຮງງານທະ ຫານເສຍອົງຄະ ແລະ ສັງຄົມ)

ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ຕ້ອງວາງເປົ້າໝາຍປ່ຽນແປງໃໝ່ກົນໄກການຄຸ້ມຄອງ, ກົນໄກການເງິນ ແລະ ຈັດຕັ້ງລະບົບການສຶກສາວິຊາຊີບຄືນໃໝ່ ເພື່ອແນ່ໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາຮາກຖານການສຶກສາວິຊາຊີບ; ຈັດຕັ້ງເຄື່ອຂ່າຍຮາກຖານການສຶກສາຂອງລັດຄືນໃໝ່ໃຫ້ເປັນກະທັດລັດ, ມີປະສິດທິພາບປະ ສິດທິຜົນ ເພື່ອແນໃສ່ຍົກສູງຄຸນນະພາບຖັນແຖວຊັບພະຍາກອນມະນຸດ. ທ່ານ ຮອງນາຍົກລັດຖະມົນຕີ ສະເໜີວ່າ:

“ພວກເຮົາບໍ່ສາມາດຫຼີກລ້ຽງເລື່ອງການຊັບຊ້ອນ, ການຍຸບເລີກ, ການໂຮມເຂົາກັນໄດ້, ຖ້າຢາກສ້າງຕັ້ງເພີ່ມໃໝ່ຕ້ອງເປັນເຈົ້າການຈຶ່ງໃຫ້ສ້າງຕັ້ງ. ທີ 2 ເພີ່ມຄວາມເປັນເຈົ້າການຢ່າງຮອບດ້ານ, ເປັນເຈັ້າການດ້ານການເງິນຕາມຫຼາຍລະດັບ, ທີ 3 ແມ່ນບັນດາລາຄາການບໍລິການ, ເພາະເປັນເຈົ້າການດ້ານການເງິນນັ້ນ 1ໃນບັນດາເງຶ່ອນໄຂສຳຄັນທີ່ສຸດແມ່ນຕ້ອງຫັນຄ່າບໍລິການເປັນລາຄາ ແລະ ຕ້ອງມີແຜນຄິດໄລ່ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ