ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນ

ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນ - ảnh 1
ກອງ​ປະຊຸມ​ປະຈຳ​ສະພາ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ​ແລະ ​ເຂດ​ແຄມ​ທະ​ເລ​ພາກ​​ເໜືອ​ຄັ້ງ​ທີ 1
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) - ທີ່​ກອງ​ປະຊຸມ​ປະຈຳ​ສະພາ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ​ແລະ ​ເຂດ​ແຄມ​ທະ​ເລ​ພາກ​​ເໜືອ​ຄັ້ງ​ທີ 1, ອາຍຸ​ການ 2016 – 2020, ​ໄດ້​ຈັດ​ຕັ້ງ​ຢູ່​ແຂວງ ນາມ​ດິ້ງ, ຕອນ​ເຊົ້າ​ວັນ​ທີ 26/8, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ຢັ້ງຢືນ​ວ່າ: ສະພາ​ປະຊາຊົນ, ຄະນະ​ປະຈຳ​ສະພາ​ປະຊາຊົນ​ຕ້ອງ​ເອົາ​ໃຈ​ໃສ່​ປ່ຽນ​ໃໝ່​ວິທີ​ການ, ຮູບ​ແບບ​ການ​ປະຕິບັດ​ກົດໝາຍ, ສຸມ​ໃສ່​​ເຂົ້າ​ໃນ​ການ​​ເຜີຍ​ແຜ່, ສຶກສາ​ກົດໝາຍ. ບັນດາ​ການ​ກະທຳ​ນີ້​ຈະ​ຊ່ວຍ​ປະຊາຊົນ​ແຕ່ລະຄົນ​ມີ​​ຄວາມ​ຮັບຮູ້​ຢ່າງ​ຖືກຕ້ອງ ​ແລະ ປະຕິບັດ​ລັດຖະທຳ​ມະນູນ, ກົດ​ໝາຍ:

    “​ໂດຍ​ອີງ​ໃສ່​ກົດໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທີ່​ຫາ​ກໍ່​ປະກາດ​ໃຊ້, ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະ​ສິດທິ​ຜົນ​​ໃນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ປະຊາຊົນ, ຄະນະ​ປະຈຳ​ສະພາ​ປະຊາຊົນ, ຕິດຕາມ​ກວດກາ​ຂອງ​ບັນດາ​ຄະນະ, ບັນດາ​ໜ່ວຍ​ສະມາຊິກ​ຂອງ​ສະພາ​ປະຊາຊົນ. ປັບປຸງ​ວິ​ທີ​ການ​ຕິດ​ຕາມ​ກວດກາ​ເພື່ອ​ຮັບປະກັນ​ການ​ຕິ​ດຕາມ​ກວດກາ​ມີ​ຈຸດ​ສຸມ, ຕິດ​ແທດ​ກັບ​ສະພາບ​ຕົວ​ຈິງ. ສິດ​ອຳນາດ​ຂອງ​ປະຊາຊົນ​ໄດ້​ສະ​ແດງ​ຢູ່​ທຸກໆ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ເຮົາ. ຕິດຕາມ​ກວດກາ ​ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບັນດາ​ບັນຫາ​ເຄັ່ງຮ້ອນ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີ”

 


ຂ່າວ/ບົດ​ອື່ນ