ຍົກສູງປະສິດທິຜົນວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດໃນບໍລິເວນນະຄອນໂຮ່ຈີມິນ

(VOVWORLD) -ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ຄວນສືບຕໍ່ປະຕິບັດບົດບາດຄຸ້ມຄອງລັດສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນບໍລິເວນນະຄອນໃຫ້ເປັນຢ່າງດີ
ຍົກສູງປະສິດທິຜົນວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດໃນບໍລິເວນນະຄອນໂຮ່ຈີມິນ - ảnh 1ທ່ານ ເລືອງແທັງຫງີ້, ຮອງຫົວໜ້າຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
(ພາບ: plo.vn)

ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ຄວນສືບຕໍ່ປະຕິບັດບົດບາດຄຸ້ມຄອງລັດສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນບໍລິເວນນະຄອນໃຫ້ເປັນຢ່າງດີ; ປະຕິບັດບົດບາດເປັນຂົວເຊື່ອມຕໍ່ລະຫວ່າງການນຳທາງນະຄອນ ກັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ຍູ້ແຮງໜ້າທີ່ໂຄສະນາຂໍ້ມູນຂ່າວສານບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ… ນີ້ແມ່ນຂໍ້ມູນໂດຍທ່ານ ເຢືອງແອັງດຶກ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຍົກອອກມາ ທີ່ກອງປະຊຸມຜັນຂະຫຍາຍທິດທາງ, ໜ້າທີ່ປີ 2021 ຂອງຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຈ່ຈີມິນ ເຊິ່ງຖືກດຳເນີນໃນວັນທີ 18 ມີນາ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລືອງແທັງຫງີ້, ຮອງຫົວໜ້າຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ສະເໜີໃຫ້ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເສີມຂະຫຍາຍບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ແລ້ວ, ສືບຕໍ່ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮັກສາບັນດາການເຄື່ອນໄຫວທາງດ້ານວັດທະນະທຳທີ່ເປັນມູນເຊື້ອ; ເພີ່ມທະວີການເຊື່ອມຕໍ່ເພື່ອສ້າງເງື່ອນໄຂໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນເຂົ້າໃນການພັດທະນາຂອງນະຄອນ ແລະ ຂອງປະເທດຊາດໃນໄລຍະປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ