ຍົກສູງປະສິດທິຜົນວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

ຍົກສູງປະສິດທິຜົນວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
(ພາບ: moha.gov.vn)

(vovworld) - ​ຫ້ອງ​ວ່າ​ການ​ລັດ​ຖະ​ບ​ານ​ຫວຽດ​ນາມ ຫາກໍ​ມີ​ເອ​ກະ​ສານ​​ແນະ​ນຳ​ຄຳ​ເຫັນ​ຊີ້ນ​ຳ​ຂອງ​ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຫງວຽນ​ຊວນ​ຟ​ຸກ ກ່ຽວ​ກັບ​ວຽກ​ງານ​ຕ້ອນ​ຮັບ​ປະ​ຊາ​ຊົນ, ແກ້​ໄຂ​​ຄຳຮ້ອງ​ທຸກ​ຮ້ອງ​ຟ້ອງ; ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຄ້າ​ເຖື່ອນ, ສໍ້​ໂກງ​ການ​ຄ້າ ແລະ ສິນ​ຄ້າ​ປອມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽ​ກ​ຮ້ອງ​ໃຫ້​​ລັດ​ຖະ​ມົນ​ຕີບັນ​ດາ​ກະ​ຊວງ, ຫົວ​ໜ້າ​ບັນ​ດາ​ອົງ​ການ​ທຽບ​ເທົ່າ​ກະ​ຊວງ, ອົງ​ການ​ຂຶ້ນ​ກັບ​ລັດ​ຖະ​ບານ ແລະ ປະ​ທານ​​ຄະ​ນະ​ກຳ​ມະ​ການປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ສຸມ​ໃສ່​ປະ​ຕິບ​ັດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເຂັ້ມ​ງວດ; ຍູ້​ແຮງ​, ຍົງ​ສູງປະ​ສິດ​ທິ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສ​ໍ​້​ລ​າດ​ບັງ​ຫຼວງ, ການ​ຟູມ​ເຟື້ອຍ, ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​​ສະ​ກັດ​ນັ້ນ, ​ຄົ້ນພົບ, ແກ້​ໄຂ​ເລື່ອງບັນ​ດາ​ສ່ວນ​ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ​ທີ່​ລະ​ເມີດ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍຢ່າງ​ທັນ​ການ ແລະ ເຂັ້ມ​ງວດ.

ຂ່າວ/ບົດ​ອື່ນ