ຍົກສູງປະສິດທິຜົນວຽກງານປ້ອງກັນ,ຕ້ານສໍ້ລາດບັງຫຼວງ

ຍົກສູງປະສິດທິຜົນວຽກງານປ້ອງກັນ,ຕ້ານສໍ້ລາດບັງຫຼວງ - ảnh 1
ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ປີ 2014
(ພາບ: Trí Dũng/TTXVN)

(vovworld) – ວັນ​ທີ 5/5, ຢູ່ ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການສໍ້​ລາດ​ບັງ​ຫຼວງ​ໄດ້​ໄຂ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ປີ 2014. ທ່າ​ນ​ເລຂາທິການ​ໃຫຍ່ ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ຄັ້ງ​ທຳ​ອິດ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຮັບ​ການຈັດ​ຕັ້ງ​ນັບ​ແຕ່​​ກົມ​ການ​ເມືອງ​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​​ເມື່ອ​ຕົ້ນ​ປີ 2013. ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ, ປະຕິບັດ​ຢ່າງ​​ເດັດຂາດ​ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ, ມີມາດ​ຕະການ​ລະອຽດ, ຕັ້ງ​ໜ້າ, ມີ​ປະສິດທິ​ຜົນ​ກ່ວາອີກ. ກອງ​ປະຊຸມ​ນີ້​ເພື່ອ​ແນ​ໃສ່​ຊຸກຍູ້​ວຽກ​ງານ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ໄລຍະ​ຈະ​ມາ​ເຖິງ​ອີກ​ບາດກ້າວ​ໜຶ່ງ, ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຕ້ອງການ​ດ້ານ​ການ​ເມືອງ, ພ້ອມ​ທັງ​ຕອບ​ສະໜອງ​ຄວາມ​ລໍຄອຍ​ຂອງ​ປະຊາຊົນ.

    ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ຊີ້​ແຈ້​ງວ່າ: ປີ 2013, ວຽກ​ງານ​ສະ​ກັດ​ກັ້ນ​ສໍ້​ລາດບັງ​ຫຼວງ ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ຕັ້ງໜ້າ. ວຽກ​ງານ​ແກ້​ໄຂ​ບັນດາ​ກໍລະນີ, ​ເຫດການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ຮັບ​ການ​ຍູ້​​ແຮງ, ສ້າງ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ. ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຄະນະ​ພັກ ສືບ​ຕໍ່​ນຳພາ, ຊີ້​ນຳ ຄົ້ນ​ຄ້ວາປັບປຸງ, ​ເພີ່ມ​ເຕີມ, ​ລະບອບ​​ການ​ຄຸ້ມ​ຄອງ ​ເສດຖະກິດ - ສັງຄົມ​ເພື່ອ​ສະກັດ​ກັ້ນ​ການສໍ້​ລາ​ດບັງ​ຫຼວງ ຕາມ​ຈິດ​ໃຈ​ຂໍ້​ສະຫລຸບ​ຂອງ​ກອງ​ປະຊຸມ​ສູນ​ກາ​ງພັກ​ຄັ້ງ​ທີ 5 (ຊຸດ​ທີ 11). ວຽກ​ງານ​ໂຄສະນາ ​ເຜີຍ​ແຜ່, ສຶກສາ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ​ໄດ້​ຮັບ​ການ​ຍູ້​ແຮງ​ຕິດ​ພັນ​ກັບ​ກັນ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 11) ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ.

 



ຂ່າວ/ບົດ​ອື່ນ