ຍົກສູງປະສິດທິຜົນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຍົກສູງປະສິດທິຜົນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ
ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/4, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ທີ 7 ຂອງ​ຄະນະ​ກຳມະການ​ນີ້. ກ່າວ​ຄວາມ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ​ເນັ້ນ​ໜັກ​ວ່າ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ປະຊາ​ຄົມ​ສາກົນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບັນຫາ​ໃຫຍ່​ເຊິ່ງລັດຖະບານ​ ຫວຽດນາມ​ໄດ້​ກຳນົດ​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ, ຍາວ​ນານ​ອີກ​ດ້ວຍ. ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເກີດ​ຂຶ້ນ​ຢ່າງ​ວ່ອງ​ໄວ, ​ໂດຍ​ລະອຽດ​ແມ່ນ​ສະພາບ​ແຫ້ງ​ແລ້ງ​ຢູ່​ເຂດ ​ໄຕ​ງວຽນ ​ແລະ ນຳ້​ເຄັມ​ຊຶມ​ເຂົ້າ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ… ອັນ​ໄດ້​ເຮັດ​ໃຫ້ GDP ​ແລະ ຄຸນ​ນະພາ​ບການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ຖືກຫຼຸດ​ລົງ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຈົ່ງ​ສຸມ​ໃສ່ບູລະນະ​ກົງຈັກ​ທີ່​ເຮັດ​ວຽກ​ງານ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຈາກ​ຂັ້ນ​ຄະນະ​ກຳມະການ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຕະຫຼອດ​ຮອດ​ທ້ອງ​ຖີ່​ນຕ່າງໆ. ສືບ​ຕໍ່​ປັບປຸງ​ລະບົບ​ນະ​ໂຍບາຍ, ກົດໝາຍ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ລະດົມ, ຫັນ​ແຫຼ່ງກຳລັງ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ; ຄົ້ນ​ຄ້ວາ​ກ່ຽວ​ກັບ​ການ​ຫັນປ່ຽນ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່; ຫຼຸດຜ່ອນ​ການ​ປ່ອຍ​ແກ​ສ​ເຮືອນ​ແກ້ວ ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຍັງ​ຄົງ​​ເກີດ​ຂຶ້ນ​ໃນ​ໄລຍະ​ຍາວ.

ຂ່າວ/ບົດ​ອື່ນ