ຍົກສູງປະສິດທິຜົນແລະກຳລັງການແກ້ງແຍ້ງໃຫ້ແກ່ກະສິກຳຫວຽດນາມ

ຍົກສູງປະສິດທິຜົນແລະກຳລັງການແກ້ງແຍ້ງໃຫ້ແກ່ກະສິກຳຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ

(vovworld) -​ຕອນ​ບ່າຍ​ວັນ​ທີ 21/4, ທີ່​ສ​ຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເຮັດ​ວຽກ​ກັບ​ຄະ​ນະ​ຜູ້​ປະ​ຈຳ​ການ​ສູນ​ກາງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ການ​ສົມ​ທົບ​ກັນ​ເຮັດ​ວຽກ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ສູນ​ກາງ​ສະ​ມາ​ຄົມ​ໃນ​ໄລ​ຍະ​ຜ່ານ​ມາ. ກ່າ​ວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຖ​ື​ວ່າ: ສະ​ມາ​ຄົມ​ຂັ້ນ​ຕ່າງໆ​ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ, ຄະ​ນະ, ຂະ​ແໜງ​ການ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ກ່​ວາ​ອີກ ເພື່ອ​ປະ​ຕິ​ບັດ​​ບັນ​ດາ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ທີ່​ໄດ້​ວາງ​ອອກ​ໃນ​ປີ​ເປັນ​ຢ່າງ​ດີ. ທ່ານ​​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ຊີ້​ແຈ້ງວ່າ:

        “ກ່ອນ​ອື່ນ​ໝົດ, ຊາວ​ກະ​ສິ​ກອນ​ຕ້ອງ​ຕິດ​ພັນ​ກັບ​ການ​ຜະ​ລິ​ດ, ເຮັດ​ແນ​ວ​ໃດ​ເພື່ອໃຫ້​​ການຜະ​ລິດ​ກະ​ສິ​ກຳ​ຂອງ ຫວຽດ​ນາມ ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ, ມີ​ກຳ​ລັງ​ແກ້ງ​ແຍ້ງ​ກ່​ວາ​ອີກ, ນີ້​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ພັດ​ທະ​ນາ. ຂະ​ແໜງ​ກະ​ສິ​ກຳ​ຕ້ອງ​ຫັນ​ປ່ຽນ​ໂຄງ​ປະ​ກອບ, ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ, ຈາກນັ້ນ​ຍົກ​ສູ​ງ​ກຳ​ລັງ​ແກ້ງ​ແຍ້ງ. ພວກ​ເຮົາ​ຕ້ອງ​ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລຢ​ີ​ເຂົ້າ​ການ​ຜະ​ລິດ​ກະ​ສິ​ກຳ, ຈາກ​​ແນວປູກ ເຖິງ​ຂັ້ນ​ຕອນ​ການ​ປູກ​ຝັງ, ​ບົວ​ລະ​ບັດປຸງ​ແຕ່ງ”


ຂ່າວ/ບົດ​ອື່ນ