ຍົກສູງປະສິດທິຜົນແຫ່ງການນຳໃຊ້ທຶນຈາກພັນທະບັດລັດຖະບານ ໃຫ້ແກ່ການລົງທຶນກໍ່ສ້າງພື້ນຖານ

ຍົກສູງປະສິດທິຜົນແຫ່ງການນຳໃຊ້ທຶນຈາກພັນທະບັດລັດຖະບານ ໃຫ້ແກ່ການລົງທຶນກໍ່ສ້າງພື້ນຖານ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ)

(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ວັນ​ທີ 07/06, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ສະຫງວນ​ເວລາ​ມື້​ໜຶ່ງ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ຕິດຕາມ​ກວ​ດກາ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການປະຕິບັດການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ ​ໃນ​ການ​ນຳ​ໃຊ້​ແຫຼ່ງທຶນ​ຈາກ​ພັນທະບັດ​ລັດຖະບານ ​ໃຫ້​ແກ່​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ, ​ໄລຍະ 2006 – 2012. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຕິດຕາມ​ກວດກາ​ສຳຄັນ​ຂອງ​ສະພາ​ແຫ່ງ​ຊາດ ​ເຊິ່ງ​ໄດ້​ຮັບ​ການ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄັ້ງ​ນີ້. ​ໃນ​ການ​ປຶກສາ​ຫາລື​​ໃນຕອນ​ເຊົ້າ​ວັນ​ທີ 07/06, ບັນດາ​ສະມາຊິກ​ສາະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ ​ເລື່ອງ​ສະພາ​ແຫ່ງ​ຊາດ​ຕັດສິນ​ແຜນ​ນະ​ໂຍບາຍ​ຈຳໜ່າຍ​ພັນທະບັດ​ລັດຖະບານ​ໃຫ້​ແກ່​ການ​ລົງທຶນກໍ່ສ້າງ​ບັນດາ​​ກິດຈະກຳໂຄງການສຳຄັນ​ໃນ​ໄລຍະ 2006 – 2012 ​ແມ່ນ​ຖືກຕ້ອງ, ປະກອບສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ຊີວິດ​ສັງຄົມ, ​ປ່ຽນ​ແປງ​​ໂສນ​ໜ້າຊົນນະບົດ​ເຂດ​ພູດ​ອຍ. ​ແຕ່​ວ່າ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດກໍ່​ຍ້ອມ​ຮັບ​ວ່າ ການ​ນຳ​ໃຊ້​ພັນທະບັດ​ລັດຖະບານ​ໃຫ້​ແກ່​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ. ບົນ​ພື້ນ​ຖານ​​ໄຈ​້​ແຍກບັນດາ​​ເຫດຜົນ ​ແລະ ສະພາບ​ຕົວ​ຈິງ​ໃນ​ການ​ນຳ​ໃຊ້​​ແຫຼ່ງທຶນຈາກພັນທະບັດ​ລັດຖະບານ ​ໃຫ້​ແກ່​ການ​ລົງທຶນກໍ່​ສ້າງ​ພື້ນຖານ, ​ໄລຍະ 2006 – 2012, ທ່ານ​ນາງ, ລີກ່ຽວ​ເວີນ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ກວາງ​ຈີ້, ສະ​ເໜີ​ບັນດາ​ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ນຳ​ໃຊ້​ແຫຼ່ງທຶນ​ພັນທະບັດ​ລັດຖະບານ ​ໃຫ້​ແກ່​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ, ​ໄລຍະ 2006 – 2012 ວ່າ.

        “ສະພາ​ແຫ່ງ​ຊາດ​ຕ້ອງ​ພິຈາລະ​ນາ​ປັບປຸງ, ​ເພີ່ມ​​ເຕີ່ມ​ສຳ​​ເລັດ​ລະບົບ​ກົດໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ​ໂດຍ​ໄວ ​ເພື່ອ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ໃນ​ວິວັດ​ການຈັດ​ຕັ້ງ​ການ​ປະຕິບັດ. ທີ່​ກອງ​ປະຊຸມ​ຕັ້ງ​ນີ້, ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ ຄຳ​ເຫັນ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ, ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ຮ່າງ​ກົດໝາຍ​ຕ້ອງ​ກຳນົດໜ້າ​ທີ່​ຮັບຜິດຊອບສຳລັບ ຫົວໜ້າ​ອົງການ, ອົງການ​ຈັດ​ຕັ້ງ ​ແລະ ບັນດາ​ສ່ວນບຸກຄົນ​ທີ່​ກ່ຽວຂ້ອງ​​ເມື່ອ​ລະ​ເມີດ​ໃນ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານຢ່າງ​ຈະ​ແຈ້ງ. ສະ​ເໜີ​ໃຫ້​ລັດຖະບານ​ຄວນ​ໃຫ້​ບັນດາ​ກິດຈະກຳ ພວມ​ມີແຫຼ່ງທຶນ​ໃນ​ປະຈຸ​ບັນ​​ເຊິ່ງສາມາດ​ກໍ່ສ້າງສຳ​ເລັດ​ກ່ອນ​ກຳນົດ​ເວລາ​ໄດ້​ຮັບ​ທຶນ​ຈາກພັດທະບັດ​ລັດຖະບານ​ ເພື່ອ​ນຳກິດຈະກຳ​ເຂົ້າ​ໃຊ້​ການ​ໂດຍ​ໄວ. ຕ້ອງ​ເພີ​ມທະວີ​ວຽກ​ງານ​ຄຸ້ມ​ຄອງ​ການ​ລົງທຶນ​ກໍ່​ສ້າງ​ພື້ນຖານ, ​ເພີ່ມ​ທະວີ​ການ​ກວດກາ​ສຳລັບ​ບັນດາ​ກິດ​ຈະ​ກຳ​ກໍ່ສ້າງ”.

    ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ, ທ່ານລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟ໋າດ ​ໄດ້​ເຂົ້າ​ຮ່ວມ​ການ​ອະພິປາຍ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ລົງທຶນ​ພື້ນກໍ່ສ້າງຖານ​ໄລຍະ 2006 – 2012 ​ໃນ​ຂົງ​ເຂດທີ່​ຕົນ​ຄຸ້ມ​ຄອງ​. ທ່ານ​ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງກະ​ກຳ ​ແລະ ​ພັດທະນາຊົນນະບົດ​ຫວຽ​ດນາມ ​ໃຫ້​ຮູ້​ວ່າ:

   “ຕາມ​ຂ້າພະ​ເຈົ້າ​ແລ້ວ. ການ​ປັບປຸງ​ບັນດາ​ສິ່ງ​ຍັງ​ຄົງ​ຄ້າງ​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ແຕ່​ພວກ​ຂ້າພະ​ເຈົ້າກໍ່​ສະ​ເໜີ​ໃຫ້​ລັດຖະບານ​ຈົ່ງ​ພິຈາລະນາ​ເພີ່ມ​ເຕີມທຶນ​ເພື່ອ​ສືບ​ຕໍ່​ປະຕິບັດ​ບັນດາ​ກິດຈະກຳ​ພວມ​ກໍ່ສ້າງ​ໃຫ້ສຳ​ເລັດ ​ແລະ ປະຕິບັດ​ແຜນ​ນະ​ໂຍບາຍ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​ໃໝ່. ນອກຈາກ​ນັ້ນ​ແລ້ວ, ຖ້າ​ຫາກ​ພວກ​ເຮົາ​ພຽງ​ແຕ່​ສຸມ​ໃສ່​ທຶນປະຕິບັດບັນດາ​ໂຄງການ​ພວມ​ປະຕິບັດ ​ແຕ່​ບໍ່​ເປີດຫຼືປັບປຸງ​ທຶນ​ເຂົ້າບັນດາ​ໂຄງການ​ຮັບ​ໃຊ້​ໃຫ້​ແກ່​ຈຸດໝາຍ​ສ້າງ​ໂຄ​ງປະກອບ​ການ​ລົງທຶນ​ຄືນ​ໃໝ່, ນີ້​ກໍ່​ແມ່ນ​ຂໍ້ຕິດ​ຂັດ​ທີ່​ປະຈຸ​ບັນ​ພວກ​ຂ້າພະ​ເຈົ້າ ​ແລະ ຫຼາຍທ້ອງ​ຖິ່ນພວມປະສົບ”.

 

ຂ່າວ/ບົດ​ອື່ນ