ຍົກສູງລະດັບຄວາມຮັບຮູ້ກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ຫມູ່ເກາະ , ການປັກຫຼັກໝາຍ ຄຸ້ມຄອງຊາຍແດນ

(VOVWORLD) -ກອງປະຊຸມ ສະຫຼຸບ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດທົ່ວປະເທດ, ການໂຄສະນາກ່ຽວກັບທະເລ, ຫມູ່ເກາະ , ການປັກຫຼັກໝາຍ ຄຸ້ມຄອງຊາຍແດນ ປີ 2020 ແລະ ຜັນຂະຫຍາຍວຽກງານໜ້າທີ່ປີ 2021 ໄດ້ຖືກຈັດຂຶ້ນໃນຕອນບ່າຍວັນທີ 30 ທັນວາຢູ່ ແຂວງ ກວາງນິງ
ຍົກສູງລະດັບຄວາມຮັບຮູ້ກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ຫມູ່ເກາະ , ການປັກຫຼັກໝາຍ ຄຸ້ມຄອງຊາຍແດນ - ảnh 1ທ່ານ ວໍ້ວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ

ໃນປີ 2020 , ຫວຽດນາມໄດ້ຈັດຕັ້ງບັນດາເຫດການທີ່ມີຄວາມໝາຍສຳຄັນຢ່າງສຳເລັດຜົນ. ໃນຂົງເຂດການພົວພັນຕ່າງປະເທດ ຫວຽດນາມໄດ້ສຳເລັດບັນດາໜ້າທີ່ວຽກງານສາກົນຢ່າງດີເດັ່ນ. ໃນຜົນສຳເລັດດັ່ງກ່າວ ມີການປະກອບສ່ວນຂອງ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ຫມູ່ເກາະ , ການປັກຫຼັກໝາຍ ຄຸ້ມຄອງຊາຍແດນຢູ່ດິນຕໍ່ແຜ່ນ.

     ກ່າວຄຳເຫັນທີ່ກອງປະຊຸມ ສະຫຼຸບ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດທົ່ວປະເທດ, ການໂຄສະນາກ່ຽວກັບທະເລ, ຫມູ່ເກາະ , ການປັກຫຼັກໝາຍ ຄຸ້ມຄອງຊາຍແດນ ປີ 2020 ແລະ ຜັນຂະຫຍາຍວຽກງານໜ້າທີ່ປີ 2021 ຊຶ່ງຈັດຂຶ້ນໃນຕອນບ່າຍວັນທີ 30 ທັນວາຢູ່ ແຂວງ ກວາງນິງ, ທ່ານ ວໍ້ວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ເນັ້ນໜັກວ່າ : ປີ 2021 ສະພາບພາກພື້ນ ແລະ ສາກົນ , ບັນຫາທະເລຕາເວັນອອກ ສືບຕໍ່ມີບັນດາກາລະໂອກາດ ແລະ      ສິ່ງທ້າທາຍ ຊ້ອນແຝງຄວາມສ່ຽງຫຼາຍຢ່າງ. ໃນສະພາບການດັ່ງກ່າວ, ບັນດາກຳລັງປະຕິບັດ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ຫມູ່ເກາະ , ການປັກຫຼັກໝາຍ ຄຸ້ມຄອງຊາຍແດນຢູ່ດິນຕໍ່ແຜ່ນ ສືບຕໍ່ປ່ຽນແປງຈິນຕະນາການ, ຍົກສູງລະດັບຄວາມຮັບຮູ້, ມີຄຸນທະທາດການເມືອງ, ເສີມຂະຫຍາຍລັກສະນະປະດິດຄິດສ້າງ ເປັນເຈົ້າການສ້າງແຜນການໂຄສະນາດ້ວຍບັນດາວິທີການມີໄຫວພິບ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງປະເທດຊາດໃນສະພາບການໃໝ່. 

ຕອບກັບ

ຂ່າວ/ບົດ​ອື່ນ