ຍົກສູງລະດັບຄວາມຮັບຮູ້ໃຫ້ແກ່ບັນດາຫົວໜ່ວຍຮັບສະໝັກແຮງງານແມ່ນຄົນພິການ

(VOVWORLD) - ເຂົ້າຮ່ວມກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນບັນດາຂໍ້ກຳນົດກົດໝາຍ, ນະໂຍບາຍວຽກເຮັດງານທຳຂອງ ຫວຽດນາມ ສຳລັບຄົນພິການ (NKT);...

ຕອນເຊົ້າວັນທີ 30 ພຶດສະພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາ “ຍົກສູງລະດັບຄວາມຮັບຮູ້ໃຫ້ແກ່ບັນດາຫົວໜ່ວຍຮັບສະໝັກແຮງງານແມ່ນຄົນພິການ”. ກອງປະຊຸມສຳມະນາ ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂຶ້ນກັບໂຄງການທົດລອງຟື້ນຟູສະມັດທະພາບໂດຍຜ່ານການບຳລຸງສ້າງວິຊາຊີບໃຫ້ແກ່ຊາວໜຸ່ມພິການ, ໂດຍອົງການ Angel’s Haven Vietnam ເຊິ່ງແມ່ນອົງການບໍ່ຂຶ້ນກັບລັດຖະບານໜູນຊ່ວຍ ແລະ ພັດທະນາ, ຊ່ວຍເຫຼືອມະນຸດສະທຳມາຈາກ ສ ເກົາຫຼີ ຈັດຂຶ້ນ.

        ເຂົ້າຮ່ວມກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນບັນດາຂໍ້ກຳນົດກົດໝາຍ, ນະໂຍບາຍວຽກເຮັດງານທຳຂອງ ຫວຽດນາມ ສຳລັບຄົນພິການ (NKT); ໃຫ້ບຸລິມະສິດກ່ຽວກັບກົນໄກ ແລະ ບຸລິມະສິດກ່ຽວກັບການສ້າງວຽກເຮັດງານທຳໃຫ້ແກ່ຄົນພິການ. ບັນດາຄຳເຫັນຕີລາຄາສູງບັນດານະໂຍບາຍກ່ຽວກັບວຽກເຮັດງານທຳໃຫ້ແກ່ຄົນພິການ, ຄື:ນະໂຍບາຍໜູນຊ່ວຍການໄປ - ມາ ໃຫ້ແກ່ຄົນພິການ ເມື່ອເຂົ້າຮ່ວມການຮຽນວິຊາຊີບ; ສົ່ງເສີມບັນດາວິສາຫະກິດໃຫ້ບຸລິມະສິດຄັດເລືອກຄົນພິການເຂົ້າເຮັດວຽກ… ແຕ່ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ພວມບໍ່ມີລະບົບສ້າງວຽກເຮັດງານທຳທີ່ເໝາະສົມ ແລະ ສົມບູນໃຫ້ແກ່ຄົນພິການ … ທ່ານ ຫວູດືກຖັງ, ຫົວໜ້າພະແນກໃຫ້ຄຳປຶກສາແນະນຳວຽກເຮັດງານທຳ, ສູນບໍລິການຈັດຫາງານ ຮ່າໂນ້ຍ, ເນັ້ນໜັກວ່າ:

        “ມື້ນີ້, ວຽກງານແນະນຳວຽກເຮັດງານທຳຂອງພວກຂ້າພະເຈົ້າບໍ່ຈຳແນກແຮງງານພິການ ແລະ ແຮງງານບໍ່ພິການ. ເລື່ອງເຊື່ອມຕໍ່ນີ້, ພວກຂ້າພະເຈົ້າອີງໃສ່ທັກສະດ້ານວິຊາຊີບ, ບັນດາທັກສະເຊິ່ງແຮງງານອາດຈະເຮັດໄດ້ໃນວິສາຫະກິດ. ດັ່ງນັ້ນ, ຫວັງວ່າ ບັນດາວິສາຫະກິດ ທີ່ໄດ້ນຳໃຊ້ແຮງງານແມ່ນຄົນພິການ ແນະນຳເຖິງບັນດາວິສາຫະກິດ ກ່ຽວກັບການນຳໃຊ້ແຮງງານແມ່ນຄົນພິການ ບໍ່ພຽງແຕ່ແມ່ນຮູບແບບມະນຸດສະທຳເທົ່ານັ້ນ ຫາກຍັງນຳໃຊ້ແຫຼ່ງຊັບພະຍາກອນມະນຸດເປັນຄົນພິການມີຢ່າງປະສິດທິຜົນ, ນຳຊີວິດດີກ່ວາມາໃຫ້ຄົນພິການ”.

ຕອບກັບ

ຂ່າວ/ບົດ​ອື່ນ