ຍົກສູງສະຕິຄວາມຮັບຮູ້ໃນປະຊາຄົມພ້ອມກັນມີການກະທຳເພື່ອສິ່ງແວດລ້ອມຂຽວຂອງນະຄອນຫລວງ

(VOVWORLD) - ປະຈຸບັນ, ມີກ່ວາ 180 ປະເທດ ໄດ້ດຳເນີນບັ້ນເຄື່ອນໄຫວ "World Cleanup Day" ດ້ວຍຕາໜ່າງຜູ້ອາສາສະໝັກ 18,9 ລ້ານຄົນ ພວມພ້ອມກັນເຂົ້າຮ່ວມການເຄື່ອນໄຫວຕ້ານຂີ້ເຫຍື້ອໃນທົ່ວໂລກ.
ຍົກສູງສະຕິຄວາມຮັບຮູ້ໃນປະຊາຄົມພ້ອມກັນມີການກະທຳເພື່ອສິ່ງແວດລ້ອມຂຽວຂອງນະຄອນຫລວງ - ảnh 1(ພາບປະກອບ) 

  ວັນທີ 17 ຕຸລາ, ທີ່ຮ່າໂນ້ຍ ໄດ້ດຳເນີນບັ້ນເຄື່ອນໄຫວ “World Cleanup Day 2020” ໂດຍອົງການ “Let's Do It! Hanoi” ຈັດຕັ້ງ ດ້ວຍຈຸດປະສົງແມ່ນຍົກສູງສະຕິຄວາມຮັບຮູ້ ແລະ ຮຽກຮ້ອງປະຊາຄົມພ້ອມກັນມີການກະທຳເພື່ອສິ່ງແວດລ້ອມຂຽວຂອງນະຄອນຫລວງ ຮ່າໂນ້ຍ, ດຶງດູດປະຊາຄົມພ້ອມກັນເຂົ້າຮ່ວມ ເພື່ອໂຄສະນາເຜີຍແຜ່ສານ “ດຳລົງຊີວິດຂຽວ” ແລະ ມີສະຕິໃນການປົກປັກຮັກສາສິ່ງແວດລ້ອມ ດ້ວຍບັນດາການກະທຳແທດຈິງ.

ປະຈຸບັນ, ມີກ່ວາ 180 ປະເທດ ໄດ້ດຳເນີນບັ້ນເຄື່ອນໄຫວ "World Cleanup Day" ດ້ວຍຕາໜ່າງຜູ້ອາສາສະໝັກ 18,9 ລ້ານຄົນ ພວມພ້ອມກັນເຂົ້າຮ່ວມການເຄື່ອນໄຫວຕ້ານຂີ້ເຫຍື້ອໃນທົ່ວໂລກ.

ນັບແຕ່ປີ 2018, “Let's Do It! Vietnam” ໄດ້ເລີ່ມຜັນຂະຫຍາຍບັ້ນເຄື່ອນໄຫວ "World Cleanup Day" ຢູ່ ຫວຽດນາມ, ຮ່ວມເດີນທາງກັບຕາໜ່າງ “Let's Do It! World” ໃນໂລກ. ປີ 2019, “Let's Do It! Vietnam” ໄດ້ດຶງດູດຜູ້ອາສາສະໜັກກ່ວາ 3000 ຄົນເຂົ້າຮ່ວມພ້ອມກັບບັນດາອົງການຈັດຕັ້ງ, ບໍລິສັດອື່ນ ພ້ອມກັນເຂົ້າຮ່ວມບັ້ນເຄື່ອນໄຫວ "World Cleanup Day".

ຕອບກັບ

ຂ່າວ/ບົດ​ອື່ນ